ສືບຕໍ່ປະຕິບັດພາລະໜ້າທີ່ປະຕິບັດສິດໄອຍະການ ແລະ ກວດກາຕຸລາການ

ສືບຕໍ່ປະຕິບັດພາລະໜ້າທີ່ປະຕິບັດສິດໄອຍະການ ແລະ ກວດກາຕຸລາການ - ảnh 1
ທ່ານປະທານປະເທດ ເຈືອງເຕີນຊາງ ກ່າວຄຳເຫັນຊີ້ນຳກອງປະຊຸມ
(ພາບ: truongtansang.net)

(vovworld) - ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ​ສະຫຼຸບ​ວຽກ​ງານ​ປີ 2012 ​ແລະ ຜັນ​ຂະຫຍາຍ​ໜ້າ​ທີ່ວຽກ​ງານ​​ໄອ​ຍະ​ການ ປີ 2013 ຂອງ​ຂະ​ແໜງ​ໄອ​ຍະ​ການປະຊາຊົນ ຖືກ​ຈັດ​ຂຶ້ນ​​ໃນ​ຕອນ​ເຊົ້າ​ວັນ​ທີ 15/1, ຢູ່ ຮ່າ​ໂນ້ຍ, ທ່ານ​ປະທານ​ປະ​ເທດ​ຫວຽດນາມ ​ເຈືອງ​ເຕີນ​ຊາງ ​ໄດ້​ຍ້ອງຍໍ​ຊົມ​ເຊີຍ​ບັນດາ​ຜົນງານທີ່​ພົ້ນ​ເດັ່ນ​ເຊິ່ງຂະ​ແໜງ​ໄອ​ຍະ​ການປະຊາຊົນ​ບັນລຸ​ໄດ້​ໃນ​ປີ 2012 ຜ່ານ​ມາ, ພິ​ເສດ​ໃນ​ການ​ປະກອບສ່ວນ​ຄວບ​ຄຸມ​ການ​ເພີ່ມ​ຂຶ້ນ​ຂອງ​ອາ​ຊະ​ຍາ​ກຳ, ຮັບປະກັນ​ຄວາມ​ຍຸຕິ​ທຳ, ປະຊາທິປະ​ໄຕ, ​ເຄັ່ງ​ຂັດ, ຮັກສາ​ສະຖຽນ​ລະ​ພາບ​ທາງ​ດ້ານ​ການ​ເມືອງ, ຄວາມ​ເປັນລະບຽບຮຽບຮ້ອຍ​ທາງ​ສັງຄົມ ​ແລະ ຊີວິດ​ທີ່​ສະຫງົບ​ສຸກ​ຂອງ​ປະຊາຊົນ. ທ່ານ​ປະທານ​ປະ​ເທດ ​ເນັ້ນ​ໜັກ​ວ່າ ປີ 2013, ຫວຽດນາມ ຍັງ​ຕ້ອງ​ປະ​ເຊີນ​ໜ້າ​ກັບ​ຄວາມ​ຫຍຸ້ງ​ຍາກ, ການ​ທ້າທາຍ​ຫຼາຍ​ຢ່າງ, ​ເພື່ອ​ປະຕິບັດ​ບັນດາ​ຄາດໝາຍ, ໜ້າ​ທີ່ຂອງ​ຂະ​ແໜງ, ຂະ​ແໜງ​ໄອ​ຍະ​ການ​ປະຊາຊົນ​ຕ້ອງ​ປະຕິບັດ​ວຽກ​ງານ​ປະຕິ​ຮູບ​ດ້ານຕຸລາການ​ເປັນ​ຢ່າງ​ດີ. ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ຊີ້​ແຈງ​ວ່າ:

“ອົງການ​ໄອ​ຍະ​ການ​ຕ້ອງ​ເດັດ​ດຽວ​ມີ​ຄວາມ​ທ່ຽງ​ທຳ​ເຫັນ​ແກ່​ສ່ວນ​ລວມ ​ແລະ ມີ​ຄຸນ​ນະ​ທາດ​ຫຼາຍ​ກ່ວາ​ອີກ, ຮັບປະກັນ​ການ​ປະຕິບັດ​ຕາມ​ກົດໝາຍ​ຢ່າງ​ເຂັມ​ງວດ​ໃນ​ທຸກໆ​ຂັ້ນ​ຕອນ​ຂອງ​ການ​ດຳ​ເນີນ​ຄະດີ ​ແລະ ສຳ​ຫຼັບ​ບໍ່​ວ່າ​ຜູ້​ໃດ​ທີ່​ລະ​ເມີດ​ກົດໝາຍ. ຢາກ​ເຮັດ​ໄດ້​ເຊັນ​ນັ້ນ, ​ເລື່ອງ​ເຜີຍ​ໂທດ, ​ແຈ້ງ​ຂ່າວ​ກ່ຽວ​ກັບ​ອາດຊະຍາ​ກຳ ​ແມ່ນ​ຮຽກຮ້ອງ​ໃຫ້​ອົງການ​​ໄອ​ຍາ​ການ​ແຕ່ລະ​ຂັ້ນ​ຕ້ອງ​ສົມທົບ​ຢ່າງ​ແໜ້​ນ​ແຟ້ນກັບອົງການ​ສືບສວນ ມີ​ການ​ປ່ຽນ​ແປງ​ໃໝ່ ​ແລະ ມີ​ລັກສະນະ​ອາຊີບ​ຫຼາຍ​ກ່ວາ​ອີກ. ການດຳ​ເນີນ​ຄະດີ​ຢ່າງ​ບໍ່​ຖືກຕ້ອງ​ຈະ​ເຮັດ​ໃຫ້​ປະຊາຊົນ​ຂາດ​ຄວາມ​ເຊື່ອ​ໝັ້ນ​ຕໍ່​ບັນດາ​ອົງການ ສຳນັກງານ​ປົກ​ປ້ອງ​ກົດໝາຍ. ຂະ​ແໜງ​ໄອ​ຍະ​ການ​ຕ້ອງ​ປະຕິບັດ​ວຽກ​ງານ​ກວດກາ ບັນດາ​ການ​ເຄື່ອນ​ໄຫວ​ຕຸລາການ ​ເພື່ອ​ປັບປຸງ, ​ແກ້​ໄຂ​ການ​ກະທຳ​ລະ​ເມີດ​ຢ່າງ​ທັນ​ການ, ຊ່ວຍ​ໃຫ້​ບັນດາ​ອົງການ​ຕຸລາການ​ມີ​ຄວາມ​ລະມັດລະວັງ, ພາວະ​ວິ​ໄສ, ປະຕິບັດ​ຢ່າງ​ຖືກຕ້ອງ​ຕາມ​ກົດໝາຍ​ໃນ​ວິວັດ​ການ​ດຳ​ເນີນ​ຄະດີ ​ເພື່ອ​ໃຫ້​ປະຊາຊົນ​ມີ​ຄວາມ​ເຊື່ອ​ໝັ້ນ​ຕໍ່​ພື້ນຖານ​ຍຸດຕິ​ທຳ​ຂອງ​ປະ​ເທດ​ຊາດ​ຢ່າງ​ໜັກ​ແໜ້ນ”

ປະຈຸ​ບັນ, ຫວຽດນາມ ພວມ​ດຳ​ເນີນ​ການ​ປັບປຸງ, ​ເພີ່ມ​ເຕີມ​ລັດຖະທ​ຳມະນູນ​ປີ 1992, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ສະ​ເໜີ​ໃຫ້​ຂະ​ແໜງໄອ​ຍະ​ການ ປຶ​ກສາ​ຫາລື, ມີ​ຄຳ​ເຫັນ​ປະກອບສ່ວນ​​ໃສ່​ຮ່າງ​ລັດຖະທຳ​ມະນູນ​ສະບັບ​ປັບປຸງ, ພ້ອມ​ທັງ​ສ້າງ​ລະບົບ​ກົດໝາຍ​ກ່ຽວ​ກັບ​ຕຸລາການ​ຢ່າງ​ຄົບ​ຊຸດ, ​ເປັນ​ເອກະ​ພາບ​ກັນ, ​ເປີດ​ເຜີຍ, ກະຈ່າງ​ແຈ້ງ ​ແລະ ສະດວກ​ສະບາຍ, ຮັບ​ປະກັນ​ການ​ເຂົ້າ​ຮ່ວມ ​ແລະ ຕິດຕາມ​ກວດກາ​ຂອງ​ປະຊາຊົນ​ທີ່​ມີ​ຕໍ່​ບັນດາ​ການ​ເຄື່ອນ​ໄຫວ​ຂອງ​ຕຸລາການ, ສ້າງ​ພື້ນຖານດ້ານ​ກົດໝາ​ຍ​ໃຫ້​ສົມບູນ​ແບບ ​ເພື່ອ​ໃຫ້​ອົງການ​ໄອ​ຍະ​ການ​ກາຍ​ເປັນ​ເຄື່ອງມື​ຢ່າງ​ມີ​ປະສິດທິ​ຜົນ​​ ໃນ​ການ​ກວດກາ​ການ​ປະຕິບັດ​ສິດ​ອຳນາດ​ຂອງ​ລັດ​ຢ່າງ​ແທ້​ຈິງ.


ຂ່າວ/ບົດ​ອື່ນ