ສືບຕໍ່ປ່ຽນແປງໃໝ່ ຂະແໜງສຶກສາ ແລະ ບຳລຸງສ້າງ ໂດຍພື້ນຖານ, ຮອບດ້ານ


ສືບຕໍ່ປ່ຽນແປງໃໝ່ ຂະແໜງສຶກສາ ແລະ ບຳລຸງສ້າງ ໂດຍພື້ນຖານ, ຮອບດ້ານ - ảnh 1

ທ່ານ​ລັດຖະມົນຕີ ຟ້າ​ມຫວູ໋ລ້ວນ ຕອບ​ຄຳ​ຖາມ

(ພາບ: tuoitre.vn )


( vovworld ) – ຕອນ​ເຊົ້າວັນ​ທີ 7/3, ທ່ານ​ລັດຖະມົນຕີ​ກະຊວງສຶກສາ ​ແລະ ບຳລຸງ​ສ້າງຫວຽດນາມ ຟ້າ​ມຫວູ໋ລ້ວນ ​​ໄດ້​ໂອ້​ລົມ​ສົນທະນາ​ໂດຍ​ກົງ​ທາງ​ເຄືອ​ຍຂ່າ​ຍອິນ​ເຕີ​ແນັດ​ກັບ​ປະຊາຊົນ​ຢູ່​ປະຕູ​ຖານ​ຂໍ້​ມູນ​ລັດຖະບານ ກ່ຽວ​ກັບ​ບັນດາ​ບັນຫາ​ຄື: ຄຸນ​ນະພາ​ບການ​ສຶກສາຂັ້ນມະຫາວິທະຍາ​ໄລ. ການ​ກວດກາ​ບັນດາ​ມະຫາວິທະຍາ​ໄລ​ບໍ່​ສັງກັດ​ລັດ, ການ​ສຶກສາຂັ້ນອະນຸບານ, ກົນ​ໄກ​ບຸລິມະສິດ​ໃຫ້​ຄູ​ອາຈານ​ເຂດ​ຫ່າງ​ໄກ​ສອກຫລີກ…​ທ່ານລັດຖະມົນຕີ​ກະຊວງສຶກສາ ​ແລະ ບຳລຸງ​ສ້າງຫວຽດນາມ ຟ້າ​ມ ຫວູ໋ລ້ວນ​ໄດ້​ຍົກ​ອອກ​ບັນດາ​ມາດ​ຕະການ​ເພື່ອ​ແກ້​ໄຂ, ຍົກ​ສູງ​ຄຸນ​ນະພາ​ບການ​ສຶກສາ​ບຳລຸງ​ສ້າງ ຊື່​ງປະຊາຊົນ​ທົ່ວ​ປະ​ເທດ​ພວມ​ມີ​ຄວາມ​ສົນ​ໃຈ. ຕອບຄຳ​ຖາມ​ກ່ຽວ​ກັບ​ບັນດາ​ໜ້າ​ທີ່​ຈຸດ​ສຸມ​ໃນ​ປີ 2012 ​ເພື່ອ​ແນ​ໃສ່​ສືບ​ຕໍ່ປ່ຽນ​ແປງ​ໃໝ່​ຂະ​ແໜງ​ສຶກສາ ​ແລະ ບຳລຸງ​ສ້າງ​ໂດຍ​ພື້ນຖານ, ຮອບດ້ານນັ້ນ, ທ່ານ​ລັດຖະມົນຕີ​ກະຊວງສຶກສາ ​ແລະ ບຳລຸງ​ສ້າງຫວຽດນາມ ຟ້າ​ມຫວູ໋ລ້ວນ ​ໃຫ້​ຮູ້​ວ່າ:

  “ສຳລັບ​ຊັ້ນຮຽນ​ສາມັນ ​ແລະ ອະນຸບານ ຕ້ອງ​ເພີ່ມ​ທະວີ​ພື້ນຖານ​ດ້ານ​ວັດຖຸ ​ແລະ ບັນດາ​ເງື່ອນ​ໄຂ​ຮັບປະກັນ​ຄຸນ​ນະພາ​ບການ​ສຶກສາ, ​ເພີ່ມ​ທະວີ​ດ້ານ​ປະລິມານ, ຍົກ​ສູງ​ຄຸນະພາບ​ບັນລຸ​ມາດຖານ​ຂອງ​ຖັນ​ແຖວ​ຄູ​ອາຈານ, ສືບ​ຕໍ່​ຜັນ​ຂະຫຍາຍ​ການ​ສຶກສາ​​ໃນຂັ້ນອະນຸບານ​ໃຫ້​ເດັກນ້ອຍ​ໃນ​ເກັນ​ອາຍຸ 5 ປີ ທຸກ​ຄົນ, ​ເອົາ​ໃຈ​ໃສ່​ເຖິງ​ການ​ສຶກສາ​ຢູ່​ເຂດ​ຫ່າງ​ໄກ​ສອກຫລີກ, ​ເຂດ​ຊົນ​ເຜົ່າ​ສ່ວນ​ໜ້ອຍ“.

ຂ່າວ/ບົດ​ອື່ນ