ສືບຕໍ່ປ່ຽນໃໝ່, ຍົກສູງວຽກງານແກ້ໄຂຄຳຂໍຄວາມເປັນທຳຂອງ ປະຊາຊົນ

ສືບຕໍ່ປ່ຽນໃໝ່, ຍົກສູງວຽກງານແກ້ໄຂຄຳຂໍຄວາມເປັນທຳຂອງ ປະຊາຊົນ - ảnh 1
ກອງ​ປະຊຸມສືບ​ຕໍ່​ປ່ຽນ​ໃໝ່, ຍົກ​ສູງ​ວຽກ​ງານ​​ແກ້​ໄຂ​ຄຳ​ຂໍ​ຄວາມ​ເປັນ​ທຳ​ຂອງປະຊາຊົນ
(ພາບ: nghean.gov.vn)


(vovworld) - ສືບ​ຕໍ່​ປ່ຽນ​ໃໝ່, ຍົກ​ສູງ​ຄຸນະພາບ​ຜະ​ສິດທິ​ຜົນວຽກ​ງານແກ້​ໄຂ​ຄຳ​ຂໍ​ຄວາມ​ເປັນ​ທຳ​ຂອງ​ປະຊາຊົນ, ນັ້ນ​ແມ່ນ​​ເນື້ອ​ໃນ​ຕົ້ນ​ຕໍ່​ເຊິ່ງ​ໄດ້​ປຶກສາ​ຫາລື​ທີ່​ກອງ​ປະຊຸມ​​ໂດ​ຍຄະນະ​ກຳມະການປະຊາຊົນ, ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ ຈັດ​ຕັ້ງ ​ໃນ​ວັນ​ທີ 20/12, ຢູ່​ແຂວງ​ເຫງະອານ, ຫວຽດນາມ. ທີ່​ກອງ​ປະຊຸມ, ບັນດາ​ຜູ້​ແທນ​ໄດ້​ແລກປ່ຽນ, ສະ​ເໜີ​ຮູບ​ແບບ​ອົງການປະຕິບັດ​ວຽກ​ງາ​ນແກ້​ໄຂ​ຄຳ​ຂໍ​ຄວາມ​ເປັນ​ທຳ​ຂອງ​ປະຊາຊົນ​ຂອງ​ສະພາ​ແຫ່ງ​ຊາດ ​ໃນ​ການ​ປ່ຽນ​ໃໝ່ສັງ​ລວມ​ອົງການ​ຈັດ​ຕັ້ງ ​ແລະ ການ​ເຄື່ອນ​ໄຫວ​ຂອງ​ສະພາ​ແຫ່ງ​ຊາດ. ​ໃນ​ນັ້ນ, ການ​ປ່ຽນ​ໃໝ່​ວຽກ​ງານ​ພົບ​ປະ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ກ່ອນ​ ​ແລະ ພາຍຫຼັງດຳ​ເນີນ​ກອງ​ປະຊຸມ​ຂອງ​ສະພາ​ແຫ່ງ​ຊາດ ​ແມ່ນ​ບັນຫາ​ເຊິ່ງບັນດາສະມາຊິກ​ສະພາ​ແຫ່ງ​ຊາດ​ມີ​ຄວາມ​ສົນ​ໃຈ. ທ່ານ ຝ້າ​ມດຶດ​ເຈົາ, ຫົວໜ້າ​ຄະນະ​ສະມາຊິກ​ສະພາ​ແຫ່ງ​ຊາດ​ແຂວງ​ກວາງ​ຈິ້ ຖື​ວ່າ.

        “ການ​ພົບ​ປະກັບຜູ້​ມີ​ສິດ​ເລືອກ​ຕັ້ງ​ຮຽກຮ້ອງ​ຕ້ອງ​ມີວິທີ, ສະ​ນັ້ນ, ສະມາຊິກ​ສະພາ​ແຫ່ງ​ຊາດ​​ເອງຕ້ອງ​ມີ​ຄວາມ​ຮູ້​ທີ່​ອຸດົມສົມ​ບຸນ ນອກຈາກ​ເນື້ອ​ໃນຮ່າງ​ບົດລາຍ​ງານ​ເພື່ອ​ເພີ່ມ​ລັກສະນະ​ດຶງ​ດູດ. ​ໃນ​ຄະນະ​ສະມາຊິກ​ສະພາ​ແຫ່ງ​ຊາດ​ທີ່​ພົບ​ປະ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງ ຕ້ອງ​ມີ​ສະມາຊິກ​ທ່ານ​ໜຶ່ງ​ເຂົ້າ​ໃຈ​ສະພາບ​ຕົວ​ຈິງ, ນະ​ໂຍບາຍ​ກົດໝາຍ ​ເພື່ອ​ອະພິ​ບາຍ​ຢ່າງ​ສົມ​ເຫດ​ສົມ​ຜົນບັນດາ​ເນື້ອ​ໃນ​ເຊິ່ງຜູ້​ມີ​ສິດ​ເລືອກ​ຕັ້ງ​ສະ​ເໜີ, ບໍ່​ຮັບ​ຮູ້​ຢ່າງ​ກະ​ແຈກ​ກະຈາຍ ​ແລ້ວ​ແກ້​ໄຂ​ບໍ່​ໄດ້, ​ພາ​ໄປ​ເຖິງ​ເລື່ອ​ງ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ເສຍ​ຫວັງ ​ແລະ ​ເບື່ອ​ໜ່າຍ”.

ຂ່າວ/ບົດ​ອື່ນ