ສືບຕໍ່ປ່ຽນໃໝ່, ປົກປ້ອງສິດ, ຜົນປະໂຫຍດອັນຊອບທຳໃຫ້ແກ່ກຳມະກອນ, ພາລະກອນ, ຄົນງານ

ສືບຕໍ່ປ່ຽນໃໝ່, ປົກປ້ອງສິດ, ຜົນປະໂຫຍດອັນຊອບທຳໃຫ້ແກ່ກຳມະກອນ, ພາລະກອນ, ຄົນງານ - ảnh 1
(ພາບປະກອບ)
(vovworld) - ​​ ຕອນ​ເຊົ້າ​ວັນ​ທີ 08/05, ຢູ່​ຮ່າ​ໂນ້ຍ, ສະຫະພັນ​ໃຫຍ່​ແຮງ​ງານ​ຫວຽດນາມ ​ໄດ້ສະຫລຸບ 5 ປີ​ແຫ່ງ​ໂຄງການ​ເຄື່​​ອນ​ໄຫວ​ຂອງ​ສະຫະພັນ​​ໃຫຍ່ແຮງ​ງານ ​ໃນ​ການ​ປະຕິບັດ​ມະຕິກອງ​ປະຊຸມ​ສູນ​ກາງ​ຄັ້ງ​ທີ 6 ພັກ​ກອມ​ມິດ​ຫວຽດນາມ​ຊຸດ​ທີ 10 ກ່ຽວ​ກັບ​ການ “ສືບ​ຕໍ່​ກໍ່ສ້າງ​ຊົນ​ຊັ້ນ​ກຳມະກອນ​ຫວຽດນາມ ​ໄລຍະ​ຍູ້​​ແຮງ​ການ​ຫັນ​ປະ​ເທດ​ຊາດເປັນ​ປະ​ເທດອຸດສາຫະກຳ ​ແລະ ທັນ​ສະ​ໄໝ” ຕິດ​ພັນ​ກັບ​ໜ້າ​ທີ່​ກໍ່ສ້າງ​ຊົນ​ຊັ້ນ​ກຳມະກອນ ​ແລະ ພາລະ​ບົດບາດ​ເບິ່ງ​ແຍງ, ​ປົກ​ປ້ອງສິດ, ຜົນ​ປະ​ໂຫຍ​ດອັນ​ຊອບ​ທຳຖືກ​ຕາມ​ກົດໝາຍ​ໃຫ້​ແກ່ກຳມະກອນ, ພາລະກອນ​, ຄົນ​ງານ. ກຳມະບານ​ທຸກ​ຂັ້ນ​​ໄດ້ປ່ຽນໃໝ່ວຽກ​ງານ​ໂຄສະນາ, ສຶກສາ​ຢ່າງ​ບໍ່​ຢຸດ​ຢັ້ງ, ປະກອບສ່ວນ​ຍົກ​ສູງ​ລະດັບຄວາມ​ຮູ້​ໃຫ້​​ແກ່ກຳມະກອນ, ພາລະກອນ​, ຄົນ​ງານ. ​ໃນ​ໄລຍະ​ຈະ​ມາ​ເຖິງ, ສະຫະພັນ​ໃຫຍ່​ແຮງ​ງານ​ຫວຽດນາມ ​ ສືບ​ຕໍ່ຫັນ​ທັດສະນະ, ​ແຜນນະ​ໂຍບາຍ​ໃຫຍ່​ຂອງ​ພັກ​ກ່ຽວ​ກັບ​ຊົນ​ຊັ້ນ​ກຳມະກອນເປັນລະບຽບ​ກົດໝາຍ, ພິ​ເສດ​ແມ່ນ​ບັນດາ​ທັດສະນະ​ຂອງ​ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 11 ຂອງ​ພັກ ກ່ຽວ​ກັບ​ການ​ສຶກສາ, ບຳລຸງ​ສ້າງ, ພັດທະນາ​ຊົນ​ຊັ້ນ​ກຳມະກອນ. ສືບ​ຕໍ່​ປະຕິບັດ​ມະຕິ​ກອງ​ປະຊຸມ​ສູນ​ກາງ​ຄັ້ງ​ທີ 6 ຊຸດ​ທີ 10, ສະຫະພັນ​ໃຫຍ່​ແຮງ​ງານ​ຫວຽດນາມ ​ສູ້​ຊົນ​ຮອດ​ປີ 2018 ມີ​ 60% ຈຳນວນ​ສະມາຊິກກຳມະບານ ​ແລະ ຄົນ​ງານໄດ້ຮັບ​ການ​ຮໍ່າຮຽນ, ຍົກ​ສູງ​ລະດັບວິຊາ​ຊີບ; ສະ​ເລ່ຍ​ແຕ່ລະ​ປີ​ມີ​ກວ່າ 70% ຈຳນວນ​ສະມາຊິກ​ກຳມະບານ ​ແລະ ຄົນ​ງານ​ໄດ້​ຮັບ​ການ​ໂຄສະນາ, ​ເຜີຍ​ແຜ່, ສຶກສາ​ດ້ານກົດໝາຍ.
ຂ່າວ/ບົດ​ອື່ນ