ສືບຕໍ່ຜັນຂະຫຍາຍບັ້ນຂົນຂວາຍ “ ຊາວຫວຽດນາມ ບຸລິມະສິດຊົມໃຊ້ສິນຄ້າຫວຽດນາມ”

ສືບຕໍ່ຜັນຂະຫຍາຍບັ້ນຂົນຂວາຍ “ ຊາວຫວຽດນາມ ບຸລິມະສິດຊົມໃຊ້ສິນຄ້າຫວຽດນາມ” - ảnh 1
( ພາບປະກອບ )

( vovworld ) - ຕອນ​ເຊົ້າ​ວັນທີ 20/3 ຢູ່​ຮ່າ​ໂນ້ຍ, ຄະນະ​ຊີ້​ນຳ​ສູນ​ກາງ​ບັ້ນ​ຂົນຂວາຍ “ ຊາວ​ຫວຽດນາມ ບຸລິມະສິດຊົມ​ໃຊ້​ສິ້ນ​ຄ້າ​ຫວຽດນາມ ” ​ໄດ້​ຈັດ​ກອງ​ປະຊຸມ​ກ່ຽວ​ກັບວຽກ​ງານ​ຜັນ​ຂະຫຍາຍບັ້ນ​ຂົນຂວາຍ “ ຊາວ​ຫວຽດນາມ ບຸລິມະສິດ​ຊົມໃຊ້​ສິນ​ຄ້າ​ຫວຽດນາມ ”. ທ່ານ ​ວູຈ້ອງ​ກິມ, ຮ້ອງ​ປະທານ​ຄະນະ​ກຳ​ນະ​ການ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ, ຮອງ​ຫົວໜ້າ​ຄະນະ​ຊີ້​ນຳ​ບັ້ນ​ຂົນຂວາຍ​ໃຫ້​ຮູ້​ວ່າ; ​ໃນ​ປີ 2012, ຄະນະ​ຊີ້​ນຳ​ບັ້ນ​ຂົນຂວາຍ​ຈະ​ຈັດ​ງານ​ຕະຫຼາດນັດ​ວາງສະ​ແດງ, ທີ່​ງານ​ຕະຫຼາດ​ນັດ​ຈະ​ແນະນຳ​ການ​ຈຳ​ແນ​ກ​ສິນ​ຄ້າປອມ ​ແລະ ​ສິນ​ຄ້າແທ້, ຈັດ​ຕັ້ງ​ບັນດາ​ການ​ໂອ້​ລົມ​ສົນທະນາ​​ໄຈ​້ແຍກ​ທິດ​ທາງພັດທະນາ​ຂອງ​ສິນ​ຄ້າ​ຫວຽດນາມ. ພ້ອມ​ກັນ​ນັ້ນ, ສົມ​ທົບກັບ​ບັນດາ​ອົງການ​ສື​ມວນຊົນ​ໂຄສະນາ​ກ່ຽວ​ກັບ​ບັນດາ​ການ​ເຄື່ອນ​ໄຫວ​​ຍົກ​ສູງ​ຄຸນ​ນະພາ​ບສິນ​ຄ້າ​ຫວຽດນາມ​ຢ່າງຕັ້ງໜ້າ, ​ເພື່ອ​ແນ​ໃສ່​ຍູ້​ແຮງ​ບັ້ນ​ຂົນຂວາຍຊາວ​ຫວຽດນາມ ບຸລິມະສິດ​ຊົມໃຊ້​ສິນ​ຄ້າ​ຫວຽດນາມ ​ແລະ ​ຄັດເລືອກ​ຜະລິດຕະຜັນ​ເຄື່ອງໝາຍ​ການ​ຄ້າຫວຽດນາມ​ ທີ​ດີ​ເດັ່ນ.

“ ວຽກ​ງານ​ຂອງ​ພວກ​ເຮົາ​ໃນ​ປີ 2012 ​ຫຼາຍກວ່າ​ທຸກ​ປີ. ພວກ​ເຮົາ​ຄວນ​ມີ​ການ​ສົມທົບ​ກັນ​ລະຫວ່າງ​ບັນດາ​ອົງການ​ຫົວ​ໜ່ວຍຢ່າງ​ແໜ້ນ​ແຟ້ນ ກໍ​ຄື​ໃຫ້ການ​ຊີ້​ນຳ​​ບັນດາ​ທ້ອງ​ຖິ່ນ, ຫົວໜ່ວຍຢ່າງ​ທັນ​ການ. ​ເຮັດ​ແນວ​ໃດ​​​ເພື່ອໃຫ້ບັ້ນ​ຂົນຂວາຍ​ພັດທະນາ​ຢ່າງ​ດີງາມ, ປະກອບສ່ວນ​ພັດທະນາ​ເສດຖະກິດ​ສັງຄົມ, ບັນລຸ​ໄດ້​ເປົ້າ​ໝາຍ​ຮັກສາ​ເສດຖະກິດ​ມະຫາ​ພາກ​ເປັນ​ປົກກະຕິ, ຮັບປະກັນ​ລະດັບ​ເຕີບ​ໂຕ, ຄວບ​ຄຸມ​ໄພ​ເງິນ​​ເຟີ້, ປະກອບສ່ວນ​ປັບປຸງຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ທຸກ​ຊັ້ນ​ວັນນະ​ໃຫ້​ດີ​ຂຶ້ນ ”.
ຂ່າວ/ບົດ​ອື່ນ