ສືບຕໍ່ຜັນຂະຫຍາຍບັ້ນຂົນຂວາຍ“ຊາວຫວຽດນາມບຸລິມະສິດນຳໃຊ້ສິນຄ້າຫວຽດນາມ”ຢ່າງແຮງ

ສືບຕໍ່ຜັນຂະຫຍາຍບັ້ນຂົນຂວາຍ“ຊາວຫວຽດນາມບຸລິມະສິດນຳໃຊ້ສິນຄ້າຫວຽດນາມ”ຢ່າງແຮງ - ảnh 1
ທ່ານ ຫງວຽນ​ທ້ຽນ​ເຍີນ ມອບ​ລາງວັນ​ໃຫ້​ບັນ​ດາ​ວິ​ສາ​ຫະ​ກິດ​ດີ​ເດັ່ນ
(ພາບ: VGP/Từ Lương)

(vovworld) –  ​ຕອ​ນ​ເຊົ້າ​ວັນ​ທີ 15/3, ຢູ່​ຮ່າ​ໂນ້ຍ, ກະ​ຊວງ​ອຸດ​ສາ​ຫະ​ກ​ຳ - ການ​ຄ້າ ໄດ້​ສົມ​ທົບ​ກັບ​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດ​ນາມ ແລະ ບັນ​ດາ​ກະ​ຊວງຄື: ກະ​ຊວງ​ຖະ​ແຫຼງ​ຂ່າວ ແລະ ສື່​ສານ, ກະ​ຊວງວິ​ທະ​ຍາ​ສາດ ແລ​ະ ເຕັກ​ໂນ​ໂລ​ຢີ, ກະ​ຊວງກະ​ສິ​ກຳ ແລະ ພັດ​ທະ​ນາ​ຊົນ​ນະ​ບົດ ຈັດ​ຕັ້ງ​ພິ​ທີ​ມອບ​ລາງວັນ “ຜະ​ລິດ​ຕະ​ພັນ, ການບໍ​ລິ​ການ​ເຄື່ອງ​ໝາຍ​ການ​ຄ້າ ຫວຽດ​ນາມ ດີ​ເດັ່ນ​ຕອບ​ສະ​ໜອງບັ້ນ​ຂົນ​ຂວາຍ​ຊາວ ຫວຽດ​ນາມ ບຸ​ລິ​ມະ​ສິດນ​ຳ​ໃຊ້​ສິນ​ຄ້າ ຫວຽດ​ນາມ” ປີ 2014 - ຄັ້ງ​ທີ 1. ນີ້​ແມ່ນ​ເຫດ​ການ​ເພື່ອ​ແນ​ໃສ່​ຮັບ​ຮູ້, ເຊີດ​ຊູ​ບັນ​ດາ​ວິ​ສາ​ຫະ​ກິດ​ຜະ​ລິດ​ອຸດ​ສາ​ຫະ​ກຳ, ​ແຈກ​ຢາຍ, ການ​ຄ້າ​ບໍ​ລິ​ການ… ປະ​ຕິ​ບັດ​ບັ້ນ​ຂົນ​ຂວາຍ “ຊາວ ຫວຽດ​ນາມ ບຸ​ລິ​ມະ​ສິດ​ນຳ​ໃຊ້​ສິນ​ຄ້າ ຫວຽດ​ນາມ” ເປັນ​ຢ່າງ​ດີ.

        ກ່າ​ວ​ຄຳ​ເຫັນ​ທີ່​ພິ​ທີ, ທ່ານ ຫງວຽນ​ທ້ຽນ​ເຍີນ, ປະ​ທານ​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດ​ນາມ, ຫົວ​ໜ້າ​ຄະ​ນະຊີ້​ນຳ​ສູນ​ກາງບັ້ນ​ຂົນ​ຂວາຍ “ຊາວ ຫວຽດ​ນາມ ບຸ​ລິ​ມະ​ສິດ​ນຳ​ໃຊ້​ສິນ​ຄ້າ ຫວຽດ​ນາມ”, ເນັ້​ນ​ໜັກ​ວ່າ: ຜ່ານ 5 ປີ​ແຫ່ງ​ການ​ຜັນ​ຂະ​ຫຍາຍ, ບັ້ນ​ຂົນ​ຂວາຍ “ຊາວ ຫວຽດ​ນາມ ບຸ​ລິ​ມະ​ສິດ​ນຳ​ໃຊ້​ສິນ​ຄ້າ ຫວຽດ​ນາມ” ໄດ້​ປະ​ກອບ​ສ່ວນ​ຢ່າງ​ຕັ້ງ​ໜ້າ​ເຂົ້າ​ໃນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ - ສັງ​ຄົມ​ຂອງ​ປະ​ເທດ​ຊາດ, ພ້ອມ​ທັງ​ພັດ​ທະ​ນາ​ລະ​ບົບ​ໃຊ້​ສອຍ​ສິນ​ຄ້າ ແລະ ສ້າງ​ຈິດ​ຕະ​ໃໝ່ - ຜູ້​ອຸ​ປະ​ໂພກ​ບໍ​ລິ​ໂພກ​ເຊື່ອ​ໝັ້ນ, ເອົາ​ໃຈ​ໃສ່​ຊົມ​ໃຊ້​ສິນ​ຄ້າ ຫວຽດ​ນາມ ​ທີ່ມີ​ຄຸນ​ນະ​ພາບ​ສູງ. ທ່ານ ຫງວຽນ​ທ້ຽນ​ເຍີນ ສ​ະ​ເໜີ, ໃນ​ໄລ​ຍະ​ຈະ​ມາ​ເຖິງ, ບັນ​ດາກ​ະ​ຊວງ, ຂະ​ແໜງ​ການ​ສູນ​ກາງ, ອຳ​ນາດ​ການ​ປົກ​ຄອງ​ທ້ອງ​ຖິ່ນ​ຕ້ອງ​ສືບ​ຕໍ່​ຜັນ​ຂະ​ຫຍາຍບັ້ນ​ຂົນ​ຂ​ວາຍ “ຊາວ ຫວຽດ​ນາມ ບຸ​ລິ​ມະ​ສິດ​ນຳ​ໃຊ້​ສິນ​ຄ້າ ຫວຽດ​ນາມ” ຢ່າງ​ແຮງ, ສຸມ​ໃສ່​ປະ​ຕິ​ບັດ​ແຜນ​ຮ່າງ​ພັດ​ທະ​ນາ​ຕະຫຼາດ​ພາຍ​ໃນ​ປະ​ເທດ​ຕິດ​ພັນ​ກັບ​ບັ້ນ​ຂົນ​ຂວາຍ “ຊາວ ຫວຽດ​ນາມ ບຸ​ລິ​ມະ​ສິດ​ນຳ​ໃຊ້​ສິນ​ຄ້າ ຫວຽດ​ນາມ” ​ເຊິ່ງໄດ້​ນາ​ຍົກ​ລັດ​ຖະ​ມົນ​ຕີ​ໄດ້​ອະ​ນຸ​ມັດ​ຜ່ານ.


ຂ່າວ/ບົດ​ອື່ນ