ສືບ​ຕໍ່​ຜັນ​ຂະຫຍາຍ​ບັນດາ​ມາດ​ຕະການ​ປ້ອງ​ກັນ ​ແລະ ສະ​ກັດກັ​້ນ​ໂລກລະບາດ Covid – 19

(VOVWORLD) -ຕອນບ່າຍວັນທີ 23 ມານີ, ທ່າອາກາດສະຍານສາກົນ ເກີນເທີໄດ້ຕ້ອນຮັບຖ້ຽວບິນມາຈາກ ອົດສະຕາລີ ໂດຍມີຜູ້ໂດຍສານ 247 ຄົນ ລ້ວນແຕ່ເປັນພົນລະເມືອງຫວຽດນາມ. 

        ພາຍຫຼັງເຂົ້າເມືອງ, ຜູ້ຄົນດັ່ງກ່າວໄດ້ແຈ້ງອາການສຸຂະພາບ, ກວດສຸຂະພາບ ແລະ ຖືກສົ່ງໄປແຍກຕົວລວມໝູ່ຢູ່ໂຮງຮຽນການທະການແຂວງຫວິງລອງຕາມຂໍ້ກໍານົດ.

        ຕາມຄະນະກໍາມະການແຫ່ງຊາດກ່ຽວກັບການຮັບມືກັບໄພພິບັດທາງທໍາມະຊາດ ແລະການຊອກຫາກູ້ໄພກູ້ຊີບແລ້ວ, ຮອດຕອນບ່າຍວັນທີ 23 ມີນາ, ກໍາລັງກອງທັບໄດ້ຜັນຂະຫຍາຍ 113 ສະຖານທີ່ຕ້ອນຮັບພົນລະເມືອງ ດ້ວຍຈໍານວນ 19.441 ຄົນ, ໃນນັ້ນ ມີ 351  ຄົນ ເປັນຊາວຕ່າງປະເທດເພື່ອແຍກຕົວອອກຢູ່ຕ່າງຫາກ.

        ແລະກໍໃນວັນດຽວກັນ, ຄະນະຊີ້ນໍາວຽກງານປ້ອງກັນ ແລະ ສະກັດກັ້ນໂລກລະບາດ Covid – 19  ຂອງນະຄອນ ໄດ້ຈັດຕັ້ງກອງປະຊຸມເພື່ອສືບຕໍ່ຜັນຂະຫຍາຍວຽກງານປ້ອງກັນ ແລະ ສະກັດກັ້ນ Covid – 19   ໃນບໍລິເວນ. ນະຄອນຮ່າໂນ້ຍ ໄດ້ຈັດບ່ອນແຍກຕົວລວມໝູ່ຕື່ມອີກ 5 ແຫ່ງ ດ້ວຍຂອບຂະໜາດບັນຈຸໄດ້ 12.100 ຄົນ. ປັດຈຸບັນ, ສູນຄວບຄຸມໂລກພະຍາດນະຄອນຮ່າໂນ້ຍ ພວມແລ່ນເຄື່ອງກວດຫາເຊື້ອໄວຣັດ SARS – CoV – 2 ທັງໝົດ 4 ເຄື່ອງ, ເຊິ່ງຄາດວ່າໃນຊຸມວັນຈະມາເຖິງ ຈະປະກອບເພີ່ມເຕີມ 8 ເຄື່ອງ.

        ຕາມຜູ້ຕາງໜ້າກຸ່ມບໍລິສັດຕັດຫຍິບ Vinatex ຫວຽດນາມ ແລ້ວ, ຖ້າຫາກຕະຫຼາດມີຄວາມຕ້ອງການນໍາໃຊ້ຜ້າອັດປາກຫຼາຍກວ່າອີກນັ້ນ, ທັງລະບົບຂອງກຸ່ມບໍລິສັດຈະຈັດຕັ້ງການຜະລິດເພື່ອສາມາດສະໜອງຜ້າອັດປາກຈໍານວນ 50 ລ້ານອັນຕໍ່ເດືອນ. 

ຕອບກັບ

ຂ່າວ/ບົດ​ອື່ນ