ສືບ​ຕໍ່​ຜັນ​ຂະ​ຫຍ​າຍບັນ​ດາ​ມາດ​ຕະ​ການຢ່າງ​ມີ​ປະ​ສິດ​ທິ​ຜົນ​ເພື່ອ​ບັນ​ລຸ​ເປົ້າ​ໝາຍ​​ເຕີບ​ໂຕ​ການສົ່ງ​ອອກ​ໃຫ້​ເພ​ີ່ມ​ຂື້ນຫຼາຍ​ກ່​ວາ 8% ປີ 2022

(VOVWORLD) -ເຖິງວ່າຈະປະສົບກັບຄວາມຫຍຸ້ງຍາກຫຼາຍທີ່ສຸດຍ້ອນການກະທົບຂອງໂລລະບາດ ໂຄວິດ-19, ແຕ່ວ່າການເຄື່ອນໄຫວອຸດສາຫະກຳ-ການຄ້າ ຍັງເປັນຈຸດພົ້ນເດີ່ນຂອງພື້ນຖານເສດຖະກິດ. ໃນນັ້ນ, ການຜະລິດອຸດສາຫະກຳເຕີບໂຕ 02 ໂຕເລກ, ດ້ວຍວົງເງິນບັນລຸໄດ້ທັງໝົດເກືອບ 670 ຕື້ USD,ນຳ ຫວຽດນາມ ເຂົ້າໃນກຸ່ມ 20 ພື້ນຖານເສດຖະກິດແຖວໜ້າ ກ່ຽວກັບການຄ້າສາກົນ.
ສືບ​ຕໍ່​ຜັນ​ຂະ​ຫຍ​າຍບັນ​ດາ​ມາດ​ຕະ​ການຢ່າງ​ມີ​ປະ​ສິດ​ທິ​ຜົນ​ເພື່ອ​ບັນ​ລຸ​ເປົ້າ​ໝາຍ​​ເຕີບ​ໂຕ​ການສົ່ງ​ອອກ​ໃຫ້​ເພ​ີ່ມ​ຂື້ນຫຼາຍ​ກ່​ວາ 8% ປີ 2022 - ảnh 1ທ່ານລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ຫງວຽນຮົ່ງຢຽນ (ພາບ: baochinhphu.vn)

ໂດຍເສີມຂະຫຍາຍໝາກຜົນທີ່ສຳຄັນບັນລຸໄດ້ໃນຊຸມປີຜ່ານມາ, ປີ 2022, ຂະແໜງອຸດສາຫະກຳ ແລະ ການຄ້າ ສູ້ຊົນວົງເງິນສົ່ງອອກທັງໝົດໃຫ້ບັນລຸຫຼາຍກວ່າ 8% ເມື່ອທຽບໃສ່ປີ 2021. ກ່ຽວກັບໜ້າລະອຽດຂອງຂະແໜງໃນປີ 2022 ທ່ານລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ຫງວຽນຮົ່ງຢຽນ ໃຫ້ຮູ້ວ່າ:

        ກະຊວງອຸດສາຫະກຳ ແລະ ການຄ້າ ຈະສູມໃສ່ປະຕິບັດບາງໜ້າທີ່, ມາດຕະການຕົ້ນຕໍໃຫ້ມີປະສິດທິຜົນ, ນັ້ນແມ່ນ: ສືບຕໍ່ປະຕິບັດຕາມຄຳຊີ້ນຳຂອງລັດຖະບານກ່ຽວກັບ “ຮັບມືຢ່າງປອດໄພ, ຄ່ອງຕົວ, ຄວບຄຸມພະຍາດໂຄວິດ-19 ຢ່າງມີປະສິດທິຜົນ” ໃຫ້ຂ້ຽວຂາດ, ເປັນເອກະພາບ ແລະ ມີປະສິດທິຜົນ, ສ້າງຄວາມສະດວກຢ່າງສຸດຂີດໃຫ້ແກ່ການຟື້ນຟູລະບົບສະໝອງສິນຄ້າ ແລະ ແຮງງານເພື່ອຮັບໃຊ້ໃຫ້ແກ່ການຟື້ນຟູການເຄື່ອນໄຫວຜະລິດຫຼັງພະຍາດ, ປະກອບສ່ວນຍົກສູງກຳລັງຄວາມສາມາດແກ້ງແຍ້ງຂອງວິສາຫະກິດ ຫວຽດນາມ ແລະ ກຳລັງຄວາມສາມາດເປັນເຈົ້າຕົນເອງຂອງພື້ນຖານເສດຖະກິດແຫ່ງຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ