ສືບຕໍ່ພັດທະນາການພົວພັນມິດຕະພາບ, ຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ -ສະຫະພັນລັດເຊຍ

ສືບຕໍ່ພັດທະນາການພົວພັນມິດຕະພາບ, ຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ -ສະຫະພັນລັດເຊຍ - ảnh 1

ທ່ານຫງວຽນ​ຊິງ​ຮຸ່ງ ​​ພົບ​ປະ​​ເຈລະຈາກັບທ່ານDimitri Medvedev ​

(ພາບ::phungquangthanh.net)

(vovworld) -  ຕອນ​ຄ່ຳວັນ​ທີ 11/3, ທ່ານປະທານ​ສະພາ​ແຫ່ງ​ຊາດ​ຫງວຽນ​ຊິງ​ຮຸ່ງ ​​ໄດ້​ມີ​ການພົບ​ປະ​ເຈລະຈາ​ກັບ​ທ່ານ​ນາຍົກລັດຖະມົນຕີ​ສະຫະພັນ​ລັດ​ເຊຍ Dimitri Medvedev ​ແລະ ພົບ​ປະ​ກັບ​ປະທານ​ສະພາ​ຕ່ຳ Sergei Naryshkin.

   ທີ່​ການ​ພົບ​ປະ​ກັບທ່ານ​ນາຍົກລັດຖະມົນຕີ​ສະຫະພັນ​ລັດ​ເຊຍ Dimitri Medvedev, ທ່ານປະທານ​ສະພາ​ແຫ່ງ​ຊາດ​ຫງວຽນ​ຊິງ​ຮຸ່ງ ຢືນຢັນ​ວ່າ: ຍາມ​ໃດ, ສະພາ​ແຫ່ງ​ຊາດຫວຽດນາມ ກໍ່​ເຮັດ​ຈົນ​ສຸດ​ຄວາມ​ສາມາດ​ຂອງ​ຕົນ​ເພື່ອ​ປົກ​ປັກ​ຮັກສາ ​ແລະ ພັດທະນາການ​ພົວພັນ​ມິດຕະພາບ, ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ​ກັບສະຫະພັນ​ລັດ​ເຊຍ ກ່ວາ​ອີກ. ສ່ວນທ່ານ​ນາຍົກລັດຖະມົນຕີ​ສະຫະພັນ​ລັດ​ເຊຍ Dimitri Medvedev ຖື​ວ່າ: ການ​ຢ້ຽມຢາມ​ຂອງທ່ານປະທານ​ສະພາ​ແຫ່ງ​ຊາດ​ຫງວຽນ​ຊິງ​ຮຸ່ງ ມີ​ຄວາມໝາຍ​ສຳຄັນ, ປະກອບສ່ວນຢ່າງ​ຕັ້ງໜ້າ​​ເຂົ້າ​ໃນ​ການຊຸກຍູ້​ການ​ພົວພັນ​ມິດຕະພາບ, ການ​ຮ່ວມ​ມື​ລະຫວ່າງ​ລັດຖະສະພາ ​ແລະ ປະຊາຊົນ​ສອງ​ປະ​ເທດ.

   ທີ່​ການ​ພົບ​ປະ​ກັບທ່ານປະທານ​ສະພາ​ຕ່ຳ Sergei Naryshkin, ທ່ານປະທານ​ສະພາ​ແຫ່ງ​ຊາດ​ຫງວຽນ​ຊິງ​ຮຸ່ງ ສະ​ແດງ​ຄວາມ​ພາກພູມ​ໃຈ​ຕໍ່​ເລື່ອງ​ເຊັນ​ຂໍ້​ຕົກລົງ​ຮ່ວມ​ມື​ລະຫວ່າງ​ສະພາ​ແຫ່ງ​ຊາດ​ຫວຽດນາມ ​ແລະ ສະພາ​ຕ່ຳ​ລັດ​ເຊຍ, ອັນ​ໄດ້​ສ້າງ​ພື້ນຖານ​ນິຕິ​ກຳ​ໃຫ້​ແກ່​ການ​ເພີ່ມ​ທະວີ​ການ​ຮ່ວມ​ມື​ສອງ​ຝ່າຍ, ​ແລກປ່ຽນ​ບົດຮຽນ​ດ້ານ​ນິຕິ​ບັດ​ຍັດ, ຕິດຕາມ​ກວດກາ ​ແລະ ການ​ເຄື່ອ​ນ​ໄຫວຂອງ​ອົງການ​ນິຕິ​ບັນຍັດ​ສອງ​ປະ​ເທດ. ທ່ານປະທານ​ສະພາ​ແຫ່ງ​ຊາດ​ຫງວຽນ​ຊິງ​ຮຸ່ງ ​ເນັ້ນໜັກ​ວ່າ:

   “ຂ້າພະ​ເຈົ້າ​ໄປ​ຢ້ຽມຢາມ​ປະ​ເທດ​ລັດ​ເຊຍ​ ດ້ວຍ​ອາລົມ​ຈິດ​ຄວາມ​ຮັກ​ແພງ​ທີ່​ເລິກ​ເຊິ່ງທີ່​ສຸດ, ດ້ວຍ​ນ້ຳ​ໃຈ​ມິດຕະພາບ​ອັນ​ເປັນ​ມູນ​ເຊື້ອ​ລະຫວ່າງ​ສອງ​ປະ​ເທດ ​ແລະ ການ​ຮ່ວມ​ມື​ທີ່​ນັບ​ມື້​ນັບ​​ໄດ້​ຮັບ​ການພັດທະນາ​ຂອງ​ສອງ​ປະ​ເທດ. ຫວຽດນາມ ​ແລະ ສະຫະພັນ​ລັດ​ເຊຍ​ ໄດ້​ກາຍ​ເປັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ​ແລະ ການ​ຮ່ວມ​ມື​ຮອບດ້ານ. ພວກ​ຂ້າ​ເຈົ້າມີ​ຄວາມ​ພາກພູມ​ໃຈ​ທີ່​ສຸດ​ຍ້ອນ​ວ່າ​ລັດ​ເຊຍ ​ແມ່ນ​ຄູ່​ຮ່ວມ​ມື​ທີ່​ໜ້າ​ໄວ້​ເນື້ອ​ເຊື່ອ​ໃຈ​ທີ່​ສຸດ​ຂອງ​ຫວຽດນາມ

   ທ່ານປະທານ​ສະພາ​ຕ່ຳ Sergei Naryshkin ຢືນຢັນ​ວ່າ: ຍາມ​ໃດ, ສະພາ​ຕ່ຳ​ລັດ​ເຊຍ ກໍ່​ໃຫ້​ບຸລິມະສິດ, ຍູ້​ແຮງ​ການ​ພົວພັນ​ຮ່ວມ​ມື​ກັບ​ຫວຽດນາມ ​ໃນ​ທຸກ​ຂົງ​ເຂດ, ​ເໝາະ​ສົມ​ກັບ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ​ຊື່​ງສອງ​ປະ​ເທດ​ໄດ້​ສ້າງ​ຂຶ້ນ:

   “ຫວຽດນາມ ​ແມ່ນຄູ່​ຮ່ວມ​ມື​ທີ່​ໜ້າ​ໄວ້​ເນື້ອ​ເຊື່ອ​ໃຈ​ຂອງ​ສະຫະພັນ​ລັດ​ເຊຍ, ສອງ​ປະ​ເທດ​ໄດ້​ຍົກ​ເປັນ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ. ສະພາ​ຕ່ຳ​ລັດ​ເຊຍ ​ເຫັນ​ດີ​ເປັນ​ເອກະສັນ​ຕ້ອງ​ພັດທະນາ ​ແລະ ​ເປີດ​ກ້ວາງ​ການ​ພົວພັນ​ຮ່ວມ​ມື​ກັບ​ຫວຽດນາມ ​ໃນ ທຸກ​ຂົງ​ເຂດ: ​ເສດຖະກິດ-​ການ​ເມືອງ-​ສັງຄົມ… ຂ້າພະ​ເຈົ້າຫວັງ​ວ່າ: ຂໍ້​ຕົກລົງ​ການ​ຮ່ວມ​ມື​ລະຫວ່າງ​ສະພາ​ແຫ່ງ​ຊາດ​ສອງ​ປະ​ເທດ ຈະ​ປະກອບສ່ວນ​ປັບປຸງ ​ແລະ ​ເພີ່ມ​ທະວີ​ການ​ສົມທົບ​ກັນ​ເຄື່ອນ​ໄຫວ​ລະຫວ່າງ​ສອງ​ສະພາ​ແຫ່ງ​ຊາດ​ເວົ້າສະ​ເພາະ​ກໍ່​ຄື​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ເວົ້າລວມ“.

 

ຂ່າວ/ບົດ​ອື່ນ