ສືບຕໍ່ພິທີໄວ້ອາໄລອະດີດນາຍົກລັດຖະມົນຕີ ຟານວັນຂາຍ ຢູ່ແຫ່ງຕ່າງໆທັງຢູ່ພາຍໃນ ແລະ ຕ່າງປະເທດ

(VOVWORLD) - ຕອນເຊົ້າວັນທີ 21 ມີນາ ຢູ່ ສູນກອງປະຊຸມສາກົນ ເຮືອນເລກທີ 11 ຖະຫນົນ ເລຮົ່ງຟອງ, ຮ່າໂນ້ຍ, ບັນດາຄະນະຜູ້ແທນຢູ່ພາຍໃນ ແລະ ສາກົນ ສືບຕໍ່ມາໄວ້ອາໄລທ່ານອະດີດນາຍົກລັດຖະມົນຕີ ຟານວັນຂາຍ. ໃນນັ້ນ ມີບັນດາຄະນະຜູ້ແທນສາກົນຄື:
ສືບຕໍ່ພິທີໄວ້ອາໄລອະດີດນາຍົກລັດຖະມົນຕີ ຟານວັນຂາຍ ຢູ່ແຫ່ງຕ່າງໆທັງຢູ່ພາຍໃນ ແລະ ຕ່າງປະເທດ - ảnh 1 ຄະນະຜູ້ແທນລາວ ໄວ້ອາໄລທ່ານອະດີດນາຍົກລັດຖະມົນຕີ ຟານວັນຂາຍ

ສະຖານທູດ ກູບາ, ສະຖານທູດ ບຣາຊິນ, ສະຖານທູດ ໄນຈີເລຍ, ສະຖານທູດ ບຸນກາຣີ, ສະຖານທູດບັນດາປະເທດ ອາຊຽນ ລວມມີ: ບຣຸໄນ, ມາເລເຊຍ, ມຽນມາ, ໄທ, ຟີລິບປີນ, ອິນໂດເນເຊຍ…ທ່ານ Neol Sirvigon, ເອກອັກຄະລັດຖະທູດ ຟີລິບປີນ ປະຈຳ ຫວຽດນາມ ແບ່ງປັນວ່າ:

        “ພວກຂ້າພະເຈົ້າໄດ້ຮູ້ຈັກທ່ານນາຍົກລັດຖະມົນຕີ ຟານວັນຂາຍ ແມ່ນການນຳມີການອຸທິດສ່ວນຢ່າງໃຫຍ່ຫລວງ ເຂົ້າໃນພາລະກິດປ່ຽນແປງໃໝ່ຂອງ ຫວຽດນາມ. ພິເສດ, ທ່ານນາຍົກລັດຖະມົນຕີ ຟານວັນຂາຍ ມີຜົນງານຫລາຍຢ່າງໃນອາຍຸການຂອງຕົນ ດ້ວຍຖານະບົດບາດເປັນຜູ້ນຳໜ້າລັດຖະບານ ຫວຽດນາມ. ພວກຂ້າພະເຈົ້າຂໍແບ່ງເບົາຄວາມເສົ້າສະຫລົດໃຈຢ່າງສຸດຊື້ງມາຍັງປະຊາຊົນ ຫວຽດນາມ ທຸກຄົນ ກໍ່ຄືຄອບຄົວອະດີດນາຍົກລັດຖະມົນຕີ ຟານວັນຂາຍ.

ສືບຕໍ່ພິທີໄວ້ອາໄລອະດີດນາຍົກລັດຖະມົນຕີ ຟານວັນຂາຍ ຢູ່ແຫ່ງຕ່າງໆທັງຢູ່ພາຍໃນ ແລະ ຕ່າງປະເທດ - ảnh 2 ຄະນະຜູ້ແທນວິທະຍຸກະຈາຍສຽງ ຫວຽດນາມ ໄວ້ອາໄລທ່ານອະດີດນາຍົກລັດຖະມົນຕີ ຟານວັນຂາຍ

         ແລະກໍ່ໃນຕອນເຊົ້າວັນທີ 21 ມີນາ, ທີ່ຫໍປະຊຸມສາກົນ (ຮ່າໂນ້ຍ), ຄະນະຜູ້ແທນວິທະຍຸກະຈາຍສຽງ ຫວຽດນາມ ໂດຍທ່ານຜູ້ອຳນວຍການໃຫຍ່ ຫງວຽນເທ໋ກີ ເປັນຫົວໜ້າຄະນະ ກໍ່ໄດ້ເຂົ້າໄວ້ອາໄລທ່ານອະດີດນາຍົກລັດຖະມົນຕີ ຟານວັນຂາຍ, ຖະຫວາຍທູບທຽນສະແດງຄວາມເຄົາລົບນັບຖື, ຄວາມໂສກເສົ້າເສຍຫາຍຕໍ່ການນຳທີ່ມີການປະກອບສ່ວນຢ່າງໃຫຍ່ຫລວງ ເຂົ້າໃນການພັດທະນາຂອງປະເທດຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ