ສືບຕໍ່ວາລະປະຊຸມ ເດືອນ6ຂອງລັດຖະບານ

ສືບຕໍ່ວາລະປະຊຸມ ເດືອນ6ຂອງລັດຖະບານ - ảnh 1
ສືບຕໍ່ວາລະປະຊຸມເດືອນ 6 ຂອງລັດຖະບານ
(ພາບ: VGP)

(vovworld) - ຕອນ​ບ່າຍ​ວັນ​ທີ 30/6, ຢູ່​ສຳນັກງານ​ລັດຖະບານ, ພາຍ​ໃຕ້​ການ​ເປັນ​ປະທານ​ຂອງ​ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕິ໋ນຢຸງ, ບັນດາ​ສະມາຊິກ​ລັດຖະບານ​ໄດ້​ປະກອບ​ຄວາມ​ເຫັນ​ກ່ຽວ​ກັບ​ບາງ​ກົນ​ໄກ, ນະ​ໂຍບາຍ​ລົງທຶນ​ພັດທະນາ​ຕົວ​ເມືອງ​ພິ​ເສດ​ຢູ່​ຕາມ​ສອງ​ພາກ​ທາງ​ເຍິດ​ເຕິ​ນ - ​ໂນ້ຍບ່າຍ, ຮ່າ​ໂນ້ຍ ​ແລະ ບາງ​ເນື້ອ​ໃນ​ສຳຄັນ​ອື່ນໆ. ກ່າວ​ຄວາມ​ເຫັນ​ນະ​ທີ່​ນີ້, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕິ໋ນຢຸງ ຊີ້​ແຈ້ງວ່າ​ ການວາງ​ແຜນ​ກຳນົດ ​ແລະ ການ​ຄຸ້ມ​ຄອງ​ແຜນ​ກຳນົດ ​ແມ່ນ​ປັດ​ໃຈ​ສຳຄັນ​ທີ່​ສຸດ​ເພື່ອ​ກໍ່ສ້າງ​ນະຄອນຫຼວງ​ອຸດສາຫະກຳ ​ແລະ ທັນ​ສະ​ໄໝ​ຂອງ​ປະ​ເທດ​ ​ເພື່ອເຊື່ອມ​ໂຍງ ​ແລະ ພັດທະນາ, ​ເທົ່າ​ທຽມ​ກັບ​ເພື່ອນ​ມິດສາ​ກົນ. ຮ່າ​ໂນ້ຍ​ ໄດ້​ມີ​ແຜນ​ກຳນົດ​ລວມ ​ແລະ ພວມ​ຢູ່​ໃນ​ໄລຍະ​ປັບປຸງ​ແຜນ​ກຳນົດ​ບັນດາ​ເຂດ​ກ່ຽວຂ້ອງ, ຕິດ​ພັນ​ກັບ​ການ​ລົງທຶນ​ພັດທະນາ​ໂຄງ​ລ່າງ. ທ່ານ​ນາຍົກລັດຖະມົນຕີ ຊີ້​ແຈ້ງວ່າ: ຈຸດປະສົງ​ສ້າງ​ກົນ​ໄກ​ພິ​ເສດ​ຄັ້ງ​ນີ້ ​ແມ່ນ​ເພື່ອ​ແນ​ໃສ່​ສ້າງ​ເງື່ອນ​ໄຂ​ສະດວກ​ໃຫ້​ແກ່​ການ​ລົງທຶນ, ລະດົມ​ແຫຼ່ງກຳລັງ ​ແລະ ​ເສີມ​ຂະຫຍາຍ​ແຫຼ່ງກຳລັງ​ຈາກ​ທີ່​ດິນ​ ເຊິ່ງ​ໄດ້​ຮັບ​ການວາງ​ແຜນ​ກຳນົດ​ເພື່ອ​ລົງທຶນ​​ໂຄງ​ລ່າງ​ເຕັກນິກ, ບຸກ​ເບີກ​ໜ້າ​ພຽງ ​ແລະ ປະຕິບັດ​ບັນດາ​ໂຄງການ​ພັດທະນາ​ຕົວ​ເມືອງ.

        ​ແລະ​ກໍ່​ຢູ່​ທີ່​ວາລະ​ປະຊຸມ​ນີ້, ບັນດາ​ສະມາຊິກ​ລັດຖະບານ​ກໍ່​ປະກອບ​ຄວາມ​ເຫັນ​ກ່ຽວ​ກັບ​ຄ່າ​ຖືກ​ຍົກ​ເວັ້ນ​ເມື່ອ​ຄິດ​ໄລ​່ພາສີ​ລາຍ​ຮັບ​ວິ​ສາ​ຫະກິດ​ສຳລັບ​ບ້ວງ​ໜູນ​ຊ່ວຍ​ລົບ​ລ້າງ​ຄວາມ​ອຶດ​ຫີ​ວ ຫຼຸດຜ່ອນ​ຄວາມທຸກ​ຍາກ​ຂອງ​ກຸ່ມ​ບໍລິສັດ​ໂທລະ​ຄົມ​ກອງທັບ; ຮ່າງ​ດຳລັດ​ກ່ຽວ​ກັບ​ການ​ດຳ​ເນີນ​ທຸລະ​ກິດ​ພະນັນ​ແຂ່ງ​ມ້າ, ​ແຂ່ງ​ໝາ ​ແລະ ​ເຕະບານ​ສາກົນ.

 

ຂ່າວ/ບົດ​ອື່ນ