ສືບຕໍ່ວາລະປະຊຸມສະຫະສະມາຄົມບັນດາເລຂາທິການໃຫຍ່ລັດຖະສະພາ

ສືບຕໍ່ວາລະປະຊຸມສະຫະສະມາຄົມບັນດາເລຂາທິການໃຫຍ່ລັດຖະສະພາ - ảnh 1
ສູນ​ກອງ​ປະຊຸມ​ແຫ່ງ​ຊາດ ມີ້​ດີ່ງ-ຮ່າ​ໂນ້ຍ
(ພາບ: TTXVN)


(vovworld) - ​ໃນ​ຂອບ​ເຂດ​ກອງ​ປະຊຸມ​ໃຫຍ່ສະຫະພັນ ລັດຖະສະພາ​ສາກົນ​ຄັ້ງ​ທີ 132, ຕອນ​ເຊົ້າ​ວັນ​ທີ 1/4, ຢູ່​ສູນ​ກອງ​ປະຊຸມ​ແຫ່ງ​ຊາດ ມີ້​ດີ່ງ-ຮ່າ​ໂນ້ຍ ສືບ​ຕໍ່​ດຳ​ເນີນ​ວາລະ​ປະຊຸມ​ຂອງ​ສະຫະສະມາຄົມ​ບັນດາ​ເລຂາທິການ​​ໃຫຍ່​ລັດຖະສະພາ ASGP. ທີ່​ວາລະ​ປຶກສາ​ຫາລື, ບັນດາ​ສະມາຊິກ​ສຸມ​ໃສ່​ປຶກສາ​ຫາລື, ​ແລກປ່ຽນ​ບົດຮຽນ ​ແລະ ສະ​ເໜີ​ບັນດາ​ມາດ​ຕະການ ​ເພື່ອ​ຍົກ​ສູງ​ຄຸນ​ນະພາ​ບ​ເປັນ​ເສນາ​ທິການ, ຈັດ​ຕັ້ງ​, ຮັບ​ໃຊ້​ການ​ເຄື​່ອນ​ໄຫວ​ລັດຖະສະພາ​ຂອງ​ບັນດາ​ອົງການ​ຊ່ວຍ​ວຽກ​ລັດຖະສະພາ, ຮັບຮອງ​ເອົາ​ບັນດາ​ຫົວ​​ເລື່ອງ​ສະ​ເພາະ​ຄື: ຍຸດ​ທະ​ສາດ​ແງ່​ຫວັງ​ຂອງ​ສະພາ​ແຫ່ງ​ຊາດ, ລັດຖະສະພາ ​ເພື່ອ​ຍົກ​ສູງ​ປະສິດທິ​ຜົນ ​ແລະ ລັກສະນະ​ຈະ​ແຈ້ງ​ໃນ​ການ​ພົບ​ປະ ​ແລະ ບົດບາດ​ຂອງ​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວສານ​ສຳລັບ​ການ​ພັດທະນາ​ຂອງ​ສະພາ​ແຫ່ງ​ຊາດ. ຈາກ​ນັ້ນ, ຊອກ​ຫາ​ບັນດາ​ຮູບ​ແບບ​ອົງການ​ຊ່ວຍ​ວຽກ​ລັດຖະສະພາທີ່​ເຄື່ອນ​ໄຫວ​ຢ່າງ​ມີ​ປະສິດ​ທິຜົນ. ທີ່​ວາລະ​ປະຊຸມ, ບັນດາ​ສະມາຊິກ​ກໍ່ຮັບ​ຟັງ​ຜູ້ຕາງໜ້າ ສະຫະພັນ ລັດຖະສະພາ​ສາກົນ​ ແນະນຳ​ກ່ຽວກັບ​ບັນດາ​ການ​ເຄື່ອນ​ໄຫວ​ມໍ່ໆ​ມາ​ນີ້​ຂອງກອງ​ປະຊຸມ​ໃຫຍ່ ສະຫະ ພັນ ລັດຖະສະພາ​ສາກົນ ​ແລະ ປຶກສາ​ຫາລື, ສະ​ເໜີ​ໃຫ້​ລາຍການ​ວາລະ​ປະຊຸມຈະ​ມາ​ເຖິງ​ຢູ່ ​ໂກ​​ລົມ​ບີ​ ໃນ​ລະຫວ່າງ​ວັນ​ທີ 31/10-4/11/2015.


ຂ່າວ/ບົດ​ອື່ນ