ສືບຕໍ່ວຽກງານແກ້ໄຂຜົນຮ້າຍຈາກພາຍຸນຳ້ຖ້ວມຢູ່ບັນດາແຂວງພາກກາງ ແລະ ໄຕງວຽນ

ສືບຕໍ່ວຽກງານແກ້ໄຂຜົນຮ້າຍຈາກພາຍຸນຳ້ຖ້ວມຢູ່ບັນດາແຂວງພາກກາງ ແລະ ໄຕງວຽນ - ảnh 1
ຝົນຕົກ, ນ້ຳຖ້ວມໄດ້ກໍ່ຄວາມເສຍຫາຍຢ່າງໜັກໜ່ວງເຖິງຊີວິດຂອງປະຊາຊົນເຂດພາກກາງ, ໄຕງວຽນ
(ພາບ: VGP/Hương Thơm)

​(vovworld) – ​ໃນ​ຊຸມ​ມື້​ຜ່ານ​ມາ, ພາຍຸ​ນ້ຳ​ຖ້ວມ​ຢູ່​ບັນດາ​ແຂວງ​ພາກ​ກາງ ​ແລະ ​ເຂດໄຕ​ງວຽນ ​ໄດ້​ກໍ່​ຄວາມ​ເສຍ​ຫາຍ​ຢ່າງ​ໜັກໜ່ວງ​ທາງ​ດ້ານ​ຊີວິດ ​ແລະ ຊັບ​ສົມບັດ. ​ເຮັດ​ໃຫ້ 33 ຄົນ​ເສຍ​ຊີວິດ ​ແລະ ນັບ​ຮ້ອຍ​ຄົນ​ຖືກ​ບາດ​ເຈ​ບ, ​ເຮືອນ​ຊານນັບ​ໝື່ນ​ຫຼັງ​ຖືກ​ນຳ້​ຖ້ວມ...

ປະຈຸ​ບັນ, ຢູ່​ພາກ​ກາງ, ລະດັບ​ນຳ້​ໃນ​ແມ່​ນ້ຳ,​ຫ້ວຍ​​ໄດ້​ຄ່ອຍໆ​ຫ​ຼຸດລົງ ​ແລະ ອຳນາດ​ການ​ປົກຄອງ​ທ້ອງ​ຖີ່​ນພວມ​ຊ່ວຍ​ເຫຼືອ​ປະຊາຊົນ​ແກ້​ໄຂ​ຜົນ​ຮ້າຍ​ຢ້ອນ​ຫຼັງ, ​ເຮັດ​ໃຫ້​ຊີວິດ​ຂອງ​ປະຊາຊົນ​ກັບ​ຄືນ​ສູ່​ສະພາບ​ເປັນ​ປົກກະຕິ. ທ່ານ ​ເລ​ຫື້​ວ​ໂລກ, ປະທານ​ຄະນະ​ກຳມະການ​ປະຊາຊົນ​ແຂວງ ບິ່ນ​ດິ້ງ, ​ໃຫ້​ຮູ້​ວ່າ:

​ໃນ​ຕໍ່ໜ້າ​ແມ່ນ​ສຸມ​ໃສ່​ກູ້​ຊ່ວຍ​ປະຊາຊົນ, ບໍ່​ປະ​ໃຫ້​ປະຊາຊົນຜູ້​ໃດ​ຖືກ​ອຶດ​   ຫີ​ວ, ​ຫຼື​ອເປັນ​ພະຍາດ​ຍ້ອນ​ນຳ້​ເປື້ອນ, ​ເມື່ອ​ນຳ້​ຖອຍ​ໝົດ​ແລ້ວ​ຈະ​ກະກຽມ​ໃຫ້​ແກ່​ການ​ຜະລິດ​ລະດູ​ໜາວ​ຕໍ່​ລະດູບານ​ໃໝ່“.

ຢູ່​ແຂວງ​ກວາງ​ຫງາຍ, ທຸກ​ກຳລັງ​ພວມ​ຮີບ​ເຮັ່ງ​ຊ່ວຍ​ເຫຼືອ​ປະຊາຊົນ​ແກ້​ໄຂ​ຜົນ​ຮ້າຍ​ຢ້ອນ​ຫຼັງ. ທາງ​ແຂວງ​ໄດ້​ສົ່ງ​ມີ່​ສຳ​ເລັດ​ຮູບ, ນຳ້ດື່ມ ​ແລະ ​ເຂົ້າສານ​​ເຖິງ​ທ້ອງ​ຖີ່​ນປະສົບ​ເຄາະ​ຮ້າຍ ​ແລະ ສືບ​ຕໍ່​ຮຽກຮ້ອງ​ປະຊາ​ຄົມ​ຮ່ວມ​ແຮງ​ຮ່ວມ​ໃຈ ຊ່ວຍ​ເຫຼືອ​ປະຊາຊົນ​ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ. ທ່ານ​ນາງ ຮ່າ​ທິ​ແອ​ງທື, ​ເລຂາ​ຊາວ​ໜຸ່ມ​ແຂວງ​ກວາງ​ຫງາຍ, ​ໃຫ້​ຮູ້​ວ່າ:

“​ໃນ​ຊຸມ​ມື້​ຕໍ່ໜ້າ, ຄະນະ​ຊາວ​ໜຸ່ມ​ແຂວງ​ສືບ​ຕໍ່​ລົງ​ໄປ 5 ​ເມືອງ​ທີ່​ປະສົບ​ພາຍຸ​ນຳ້​ຖ້ວມ​ເພື່ອ​ກູ້​ຊ່ວຍ, ​ເຮັດອະນາ​ໄມ​ບັນດາ​ໂຮງຮຽນ​ກໍ່​ຄື​ທຳ​ຄວາມ​ສະອາດ​ສິ່ງ​ແວດ​ລ້ອມ ​ເພື່ອ​ໃຫ້​ພວກ​ນ້ອງ​ສາມາດ​ໄປ​ໂຮງຮຽນ​ໄດ້“.

ສ່ວນ​ຢູ່​ແຂວງ​ກວາງ​ນາມ, ປະຊາຊົນ​ແຄມ​ແມ່​ນ້ຳ ທູ​ໂບ່ນ ສຸມ​ໃສ່​ເຮັດອະນາ​ໄມ​ເຮືອນ​ຊານ. ຢູ່​ນະຄອນ​ໂຫ້​ຍອານ ​ກໍ່ລະດົມ​ທຸກ​ກຳລັງ​ທຳ​ຄວາມ​ສະອາດ​ສິ່ງ​ແວ​ດລ້ອມ​ເຊັ່ນ​ກັນ.

ຂ່າວ/ບົດ​ອື່ນ