ສືບ​ຕໍ່​ສົນ​ທະ​ນາ ເພື່ອ​ຮັບ​ປະ​ກັນ​ໃຫ້​ປະ​ຊາ​ຊົນ​ໄດ້​ຮັບ​ການສັກວັກ​ຊິນ​ກັນ​ພະ​ຍາດ​ໂຄວິດ - 19 ​ຢ່າງ​ທົ່ວ​ເຖິງ​ໂດຍ​ໄວ

(VOVWORLD) - ພາຍຫຼັງຜັນຂະຫຍາຍການສັກວັກຊິນກັນພະຍາດໂຄວິດ - 19 ງວດທຳອິດ, ມີພະນັກງານການແພດ 955 ຄົນ ທີ່ພວມປິ່ນປົວຄົນເຈັບຕິດເຊື້ອພະຍາດໂຄວິດ - 19, ພະນັກງານທີ່ປະຕິບັດໜ້າທີ່ເອົາຕົວຢ່າງ, ກວດວິໄຈ, ຄົ້ນຫາປະຫວັດການໄປ - ມາ, ສະມາຊິກຂອງໜ່ວຍປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ໃນຊຸມຊົນ ໄດ້ຮັບການສັກວັກຊິນກັນພະຍາດດັ່ງກ່າວ.
ສືບ​ຕໍ່​ສົນ​ທະ​ນາ ເພື່ອ​ຮັບ​ປະ​ກັນ​ໃຫ້​ປະ​ຊາ​ຊົນ​ໄດ້​ຮັບ​ການສັກວັກ​ຊິນ​ກັນ​ພະ​ຍາດ​ໂຄວິດ - 19 ​ຢ່າງ​ທົ່ວ​ເຖິງ​ໂດຍ​ໄວ - ảnh 1ສັກວັກຊິນກັນພະຍາດໂຄວິດ - 19 ຢູ່ໂຮງໝໍແທງຍ່ານ (ພາບ: TTXVN)
ຕາມການລາຍງານຂອງ ໂຄງການສັກວັກຊິນເປີດກວ້າງແຫ່ງຊາດ, ພາຍຫຼັງຜັນຂະຫຍາຍການສັກວັກຊິນກັນພະຍາດໂຄວິດ - 19 ງວດທຳອິດ, ມີພະນັກງານການແພດ 955 ຄົນ ທີ່ພວມປິ່ນປົວຄົນເຈັບຕິດເຊື້ອພະຍາດໂຄວິດ - 19, ພະນັກງານທີ່ປະຕິບັດໜ້າທີ່ເອົາຕົວຢ່າງ, ກວດວິໄຈ, ຄົ້ນຫາປະຫວັດການໄປ - ມາ, ສະມາຊິກຂອງໜ່ວຍປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ໃນຊຸມຊົນ ໄດ້ຮັບການສັກວັກຊິນກັນພະຍາດດັ່ງກ່າວ. ເອື້ອຍ ຫງວຽນຢ້ຽວຖຸ໊ຍ, ສະມາຊິກໜ່ວຍປ້ອງກັນ, ສະກັດກັ້ນໂລກລະບາດ ເທດສະບານ ອ໊າຍກວັກ, ນະຄອນ ຫາຍເຢືອງ, ໃຫ້ຮູ້ວ່າ:

        “ພາຍຫຼັງສັກວັກຊິນແລ້ວ, ຂ້າພະເຈົ້າຮູ້ສຶກວ່າສຸຂະພາບຍັງເປັນປົກກະຕິ. ປັດຈຸບັນ, ຂ້າພະເຈົ້າ ຍັງສືບຕໍ່ເຝົ້າລະວັງເພື່ອປ້ອງກັນ, ຕ້ານໂລກລະບາດ. ຫວັງວ່າ ໂລກລະບາດຈະຖືກຍູ້ຖອຍໄປໂດຍໄວ”.

        ມາຮອດປັດຈຸບັນ, ຫວຽດນາມ ໄດ້ມີບາງແຫຼ່ງສະໜອງວັກຊິນກັນພະຍາດໂຄວິດ - 19 ນັ້ນແມ່ນ ໄດ້ຮັບການໜູນຊ່ວຍຈາກກົນໄກ COVAX Facility. ໄປຄຽງຄູ່ກັນນັ້ນ, ກະຊວງສາທາລະນະສຸກ ກໍ່ໄດ້ ແລະ ພວມສືບຕໍ່ສົນທະນາກັບບັນດາບໍລິສັດຜະລິດວັກຊິນຄື Pfizer, Moderna, Johnson & Johnson, Gamaleya ເພື່ອສາມາດສຳຜັດກັບບັນດາແຫຼ່ງສະໜອງວັກຊິນທັງໝົດ ແນໃສ່ຜັນຂະຫຍາຍຂອບຂະໜາດນຳໃຊ້ວັກຊິນກັນພະຍາດໂຄວິດ - 19 ໃນວົງກວ້າງ; ຮັບປະກັນໃຫ້ປະຊາຊົນ ຫວຽດນາມ ໄດ້ຮັບການສັກວັກຊິນຢ່າງທົ່ວເຖິງ ແລະ ເປັນເຈົ້າການຍູ້ໂລກລະບາດໃຫ້ຖອຍໄປໂດຍໄວ. 

ຕອບກັບ

ຂ່າວ/ບົດ​ອື່ນ