ສືບ​ຕໍ່​ສ້າງ​ກົນ​ໄກ​ບຳ​ລ​ຸງ​ສ້າງໃຫ້​ແກ່​ບັນ​ດາ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດໜຸ່ມ

(VOVWORLD) -ຕອນບ່າຍວັນທີ 31 ມີນາ, ຢູ່ຮ່າໂນ້ຍ, ຫ້ອງວ່າການສະພາແຫ່ງຊາດ ໄດ້ຈັດກອງປະຊຸມສະຫຼຸບອາຍຸການຂອງກຸ່ມສະມາຊິກສະພາແຫ່ງຊາດໜຸ່ມ, ສະພາແຫ່ງຊາດຊຸດທີ XIV  (2016 - 2021).
ສືບ​ຕໍ່​ສ້າງ​ກົນ​ໄກ​ບຳ​ລ​ຸງ​ສ້າງໃຫ້​ແກ່​ບັນ​ດາ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດໜຸ່ມ - ảnh 1ພາບປະກອບ: quochoi.vn

ທີ່ກອງປະຊຸມ, ບັນດາຄຳເຫັນໄດ້ຢັ້ງຢຶນວ່າ: ສະມາຊິກ ສະພາແຫ່ງຊາດໜຸ່ມ ໄດ້ປະກອບສ່ວນບໍ່ໜ້ອຍເຂົ້າໃນຜົນສຳເລັດໃນການເຄື່ອນໄຫວນິຕິກຳ, ຕິດຕາມກວດກາ ແລະ ຕັດສິນບັນດາບັນຫາສຳຄັນຂອງສະພາແຫ່ງຊາດຊຸດທີ 14, ຢັ້ງຢຶນໄດ້ທີ່ຕັ້ງບົດບາດຂອງໄວໜຸ່ມ ຫວຽດນາມ ໃນອົງການທີ່ມີສິດອຳນາດແຫ່ງລັດສູງທີ່ສຸດນີ້, ສົມກັບຄວາມໄວ້ວາງໃຈຂອງພັກ, ສະພາແຫ່ງຊາດ, ປະຊາຊົນ ແລະ ຜູ້ມີສິດເລືອກຕັ້ງໃນທົ່ວປະເທດ. ເຖິງຢ່າງໃດກໍ່ຕາມ, ບັນດາສະມາຊິກກໍ່ສະແດງຄວາມປາດຖະໜາຢາກມານະພະຍາຍາມຮ່ຳຮຽນຫຼາຍກ່ວາອີກ. ທ່ານນາງ ງ່ານເຟືອງລວານ ສະມາຊິກສະພາແຫ່ງຊາດ ແຂວງລ້າງເຊີນ ໃຫ້ຮູ້ວ່າ:

        ຂ້າພະເຈົ້າເຫັນວ່າບັນດາປັດໄຈກ່ຽວກັບ ຊົນເຜົ່າ, ເພດ, ເກນອາຍຸ, ມີຜົນສະທ້ອນຫຼາຍທີ່ສຸດ ຕໍ່ວິວັດການເຄື່ອນໄຫວຂອງສະມາຊິກແຕ່ລະຄົນ. ເພາະສະນັ້ນ, ຂ້າພະເຈົ້າ ຂໍສະເໜີໃຫ້ການນຳສະພາແຫ່ງຊາດ ຈຶ່ງສືບຕໍ່ສ້າງກົນໄກບຳລຸງສ້າງໃຫ້ແກ່ບັນດາສະມາຊິກສະພາແຫ່ງຊາດ ຊາວເຜົ່າສ່ວນໜ້ອຍ, ບັນດາສະມາຊິກສະພາແຫ່ງຊາດເພດຍິງ, ບັນດາສະມາຊິກສະພາແຫ່ງຊາດໜຸ່ມ ເພື່ອມີໂອກາດຝຶກຝົນຫຼໍ່ຫຼອມ ປະກອບສ່ວນໃຫ້ຫຼາຍກ່ວາອີກ ເຂົ້າໃນການເຄື່ອນໄຫວລວມຂອງສະພາແຫ່ງຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ