ສື​ບ​ຕໍ່​ສ້າງກອງ​ທັບ ​ທີ່ຈົງ​ຮັກ​ພັກ​ດີ​ຕໍ່​ປະ​ເທດ​ຊາດ​, ຕໍ່​ພັກ, ຕໍ່​ລັດ ແລະ ປະ​ຊາ​ຊົນ ຢ່າງ​ເດັດ​ຂາດ

(VOVWORLD) -ຕອນເຊົ້າວັນທີ 17 ມິຖຸນາ, ຢູ່ສຳນັກງານກະຊວງປ້ອງກັນປະເທດ, ອົງຄະນະພັການທະຫານສູນກາງ ອາຍຸການ 2020 – 2025 ໄດ້ຈັດກອງປະຊຸມຄັ້ງທີ 1, ພາຍໃຕ້ການເປັນປະທານຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ. ທີ່ກອງປະຊຸມດັ່ງກ່າວ ກໍມີການເຂົ້າຮ່ວມຂອງທ່ານປະທານປະເທດ ຫງວຽນຊວັນຟຸກ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ, ທ່ານຫວໍວັນເຖືອງ ຜູ້ປະຈຳການຄະນະເລຂາສູນກາງພັກ,  ທ່ານພົນໂທ ຟານວັນຢາງ ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ.
ສື​ບ​ຕໍ່​ສ້າງກອງ​ທັບ ​ທີ່ຈົງ​ຮັກ​ພັກ​ດີ​ຕໍ່​ປະ​ເທດ​ຊາດ​, ຕໍ່​ພັກ, ຕໍ່​ລັດ ແລະ ປະ​ຊາ​ຊົນ ຢ່າງ​ເດັດ​ຂາດ - ảnh 1ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ກ່າວຄຳເຫັນທີ່ກອງປະຊຸມ

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໄດ້ສະແດງຄວາມຊົມເຊີຍ ອົງຄະນະພັກການທະຫານສູນກາງ ອາຍຸການ 2015 – 2020 ທີ່ໄດ້ປະຕິບັດສຳເລັດໜ້າທີ່ ເຊິ່ງພັກ, ລັດ, ປະຊາຊົນໄດ້ມອບໝາຍໃຫ້ເປັນຢ່າງດີທີ່ສຸດ,  ຍາມໃດກໍມີຄວາມສາມັກຄີ, ມີການປ່ຽນແປງໃໝ່, ປະດິດຄິດສ້າງຫຼາຍຢ່າງ, ຊີ້ນຳນຳພາທົ່ວກອງທັບປະຕິບັດມະຕິກອງປະຊຸມໃຫຍ່   ອົງຄະນະພັກການທະຫານຄັ້ງທີ X, ບັນດາເປົ້າໝາຍ, ແຜນນະໂຍບາຍໃຫຍ່ກ່ຽວກັບການທະຫານປ້ອງກັນຊາດ ເຊິ່ງກອງປະຊຸມໃຫຍ່ຄັ້ງທີ XII ຂອງ ພັກ ໄດ້ວາງອອກ ຢ່າງມີໄຊ.

ທ່ານເລຂາທິການໃຫຍ່ກໍສະເໜີ ໃຫ້ອົງຄະນະພັກການທະຫານສູນກາງ ອາຍຸການໃໝ່  ຕ້ອງມີຄວາມເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບໜ້າທີ່ສຳຄັນຂອງຕົນ, ສືບຕໍ່ມີແນວຄິດທີ່ໝັ້ນຄົງ, ຢຶດໝັ້ນ, ສາມັກຄີ, ມີຄວາມເປັນເອກະພາບສູງ, ຮັກສາຫຼັກການ, ແບບວິທີການຊີ້ນຳນຳພາຢ່າງມີວິທະຍາສາດ, ປະຊາທິປະໄຕ, ໃກ້ຊິດຕິດແທດກັບສະພາບການຕົວຈິງ, ມີຄວາມສະດຸ້ງໄວຕໍໍ່ສິ່ງທີ່ໃໝ່ອ່ຽມ, ສ້າງກອງທັບໃຫ້ມີຄວາມຈົງຮັກພັກດີຕໍ່ປະເທດຊາດ, ຕໍ່ພັກ, ຕໍ່ລັດ ແລະ ປະຊາຊົນ ຢ່າງເດັດຂາດ, ພິເສດ ສ້າງອົງຄະນະພັກການທະຫານໃຫ້ປອດໃສ, ໝັ້ນຄົງເຂັ້ມແຂງ, ເປັນແບບຢ່າງທີ່ດີເດັ່ນ ແລະ ນຳພາທົ່ວກອງທັບປະຕິບັດທຸກໜ້າທີ່ທີ່ໄດ້ຮັບການມອບໝາຍຢ່າງມີໄຊ.

ແລະ ໃນຕອນເຊົ້າຂອງວັນດຽວກັນ, ກໍ່ໄດ້ດຳເນີນວາລະປະຊຸມຄັ້ງທຳອິດ ຂອງ ອົງຄະນະພັກການທະຫານສູນກາງ ອາຍຸການ 2020 – 2025 ຮັບຮອງເອົາບົດລາຍງານໝາກຜົນການຊີ້ນຳ, ນຳພາໃນການປະຕິບັດໜ້າທີ່ດ້ານການທະຫານປ້ອງກັນຊາດ ໃນໄລຍະ 6 ເດືອນ ຜ່ານມາ, ກຳນົດແຜນນະໂຍບາຍ ແລະ ໜ້າທີ່ໃນໄລຍະຈະມາເຖິງ. 

ຕອບກັບ

ຂ່າວ/ບົດ​ອື່ນ