ສືບຕໍ່ສ້າງລະບອບນະໂຍບາຍ,ຊຸກຍູ້ການພັດທະນາຂົງເຂດຖະແຫລງຂ່າວ,ສື່ສານໃຫ້ສົມບູນແບບ

(VOVWORLD) -ວັນທີ 22 ທັນວາ, ກະຊວງຖະແຫລງຂ່າວ ແລະ ສື່ສານ ໄດ້ຈັດຕັ້ງກອງປະຊຸມໂດຍກົງທາງເຄືອຂ່າຍອິນເຕີແນັດ ສະຫລຸບວຽກງານປີ 2017, ຜັນຂະຫຍາຍທິດທາງຫນ້າທີ່ປີ 2018. 
ສືບຕໍ່ສ້າງລະບອບນະໂຍບາຍ,ຊຸກຍູ້ການພັດທະນາຂົງເຂດຖະແຫລງຂ່າວ,ສື່ສານໃຫ້ສົມບູນແບບ - ảnh 1ທ່ານຮອງນາຍົກລັດຖະມົນຕີ ຫວູດືກດາມ ກ່າວຄຳເຫັນທີ່ກອງປະຊຸມ

ທີ່ກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ ຫວູດືກດາມ ເນັ້ນຫນັກວ່າ: ປີ 2018, ທົ່ວຂະແຫນງຖະແຫລງຂ່າວສື່ສານ ສືບຕໍ່ສ້າງລະບອບນະໂຍບາຍໃຫ້ສົມບູນແບບ, ສ້າງບັນດາກົນໄກນະໂຍບາຍຊຸກຍູ້ການພັດທະນາຂົງເຂດຖະແຫລງຂ່າວ, ສື່ສານ, ຍົກສູງຄວາມຮັບຮູ້ຂອງສັງຄົມກ່ຽວກັບຂໍ້ມູນຂ່າວສານ, ເສດຖະກິດພູມປັນຍາ, ບົດບາດຂອງການຖະແຫລງຂ່າວສື່ສານໃນທົ່ວສັງຄົມ.  ດ້ານອື່ນ ທົ່ວຂະແຫນງສືບຕໍ່ຍົກສູງກຳລັງຄວາມສາມາດ, ປະສິດທິຜົນການຄຸ້ມຄອງລັດ ຈາກສູນກາງຕະຫລອດຮອດທ້ອງຖິ່ນ, ເປັນເຈົ້າການ, ຕັ້ງຫນ້າເຊື່ອມໂຍງເຂົ້າກັບເສດຖະກິດສາກົນ, ປ່ຽນໃຫມ່ການຈັດຕັ້ງ, ຍົກສູງລະດັບຄວາມຮູ້ການຄຸ້ມຄອງ, ສະມັດຕະພາບແຮງງານ, ປະສິດທິຜົນການດຳເນີນທຸລະກິດ, ກຳລັງຄວາມສາມາດຂອງບັນດາວິສາຫະກິດເຮັດວຽກງານຖະແຫລງຂ່າວ, ສື່ສານ.

ຕອບກັບ

ຂ່າວ/ບົດ​ອື່ນ