ສືບຕໍ່ສ້າງລະບອບເສດຖະກິດການຕະຫຼາດຕາມກຳນົດທິດສັງຄົມນິຍົມໃຫ້ສົມບຸນແບບ

ສືບຕໍ່ສ້າງລະບອບເສດຖະກິດການຕະຫຼາດຕາມກຳນົດທິດສັງຄົມນິຍົມໃຫ້ສົມບຸນແບບ - ảnh 1
ທ່ານ ເວື​ອງດິ່ງ​ເຫ້ວ ​ຫົວໜ້າຄະນະ​ເສດຖະກິດ​ສູນ​ກາງ
ພາບ:internet


(vovworld) - ​ເພື່ອ​ແນ​ໃສ່ຕີລາຄາ​ສະພາບ​ການ​ປະຕິບັດ​ມະ​ຕິ​ສູນ​ກາງຄັ້ງທີ 6 ຊຸດ​ທີ 10 ກ່ຽວກັບ​​ເລື່ອງສືບ​ຕໍ່​ສ້າງລະບອບ​ເສດຖະກິດການຕະຫຼາດຕາມກຳນົດ​ທິດ​​ສັງຄົມ​ນິຍົມໃຫ້​ສົມ​ບຸນ​ແບບ, ຕອນ​ເຊົ້າວັນ​ທີ 10/4, ທ່ານ ເວື​ອງດິ່ງ​ເຫ້ວ ​ຫົວໜ້າຄະນະ​ເສດຖະກິດ​ສູນ​ກາງ ​ແລະ ຄະນະ​ປະຕິບັດ​ງານ​ຂອງ​ຄະນະ​ຊີ້ນຳ​ສູນ​ກາງ​ພ້ອມ​ກັບ​ຄະນະ​ພັກ​ແຂວງ ​ເຫົ້າຢາງ ຈັດຕັ້ງກອງປະຊຸມສະຫຼຸບ 5 ປີ​ແຫ່ງ​ການປະຕິບັດ​ມະຕິ​ດັ່ງກ່າວ​ຢູ່​ໃນ​ແຂວງ. ກ່າວ​ຄຳ​ເຫັນ​ທີ່ກອງ​ປະຊຸມ, ທ່ານ​ ​ເວື​ອງດິ່ງ​ເຫ້ວ ຫົວໜ້າຄະນະ​ເສດຖະກິດ​ສູນ​ກາງ​ເນັ້ນໜັກວ່າ​ເສດຖະກິດການ​ຕະຫຼາດຕາມກຳນົດ​ທິດ​​ສັງຄົມ​ນິຍົມ ​ແມ່ນ​ເຄົາລົບ​ຕາມ​ບັນດາ​ກົດ​ເກນ​ຂອງເສດຖະກິດ​ຕະຫຼາດພ້ອມ​ທັງ​ຮັບປະກັນ​ການ​ນຳພາ​ຂອງພັກ ​ແລະ ລັດ​ໃນ​ການ​ພັດທະນາ​ເສດຖະກິດ - ສັງຄົມ, ​ໃນ​ນັ້ນພິ​ເສດ​ແມ່ນ​ນະ​ໂຍບາຍ​ຮັບປະກັນ​ຊີວິດ​ສັງຄົມ,​ ລົບ​ລ້າງ​ຄວາມ​ອຶດ​ຫີ​ວ - ຫຼຸດຜ່ອນ​ຄວາມທຸກ​ຍາກ.​ ​ໃນ​ໄລຍະ​ຈະ​ມາ​ເຖິງ, ລະບອບນະ​ໂຍບາຍນີ້ຕ້ອງ​ເລີ່​ມຈາກ​ພຶດຕິ​ກຳ​ຕົວ​ຈິງ​ຢູ່​ບັນດາ​ທ້ອງ​ຖິ່ນ​​ເພື່ອ​ສະຫຼຸບ​ເປັນ​ທິດ​ສະ​ດີ; ບົນ​ພື້ນຖານ​ນັ້ນສືບ​ຕໍ່​ປັບປຸງ​ໃຫ້​ສົມ​ບຸນ​ແບບ​ເພື່ອ​ສ້າງ​ສະພາບ​ແວດ​ລ້ອມ​ດ້ວຍ​ບັນດາ​ນະ​ໂຍບາຍ​ທີ່​ໂປ່​ງ​ໃສ, ​ເປີດ​ເຜີຍ​ເພື່ອ​ໃຫ້​ທຸກ​ພາກ​ສ່ວນ​ເສດຖະກິດ​ມີ​ໂອ​ກາດ​ດຳ​ເນີນ​ທຸລະ​ກິດ, ພັດທະນາ​ການ​ຜະລິດ​​ເປັນ​ປົກກະຕິ; ​ໃນ​ນັ້ນສຳລັບ​ເຂດ​ທົ່ງພຽງ​ແມ່ນ້ຳຂອງ​ແມ່ນ​ນະ​ໂຍບາຍ​ຮ່ວມ​ສຳພັນ​ລະຫວ່າງ​ເຂດ, ດຶງ​ດູດ​ການ​ລົງທຶນ​ຈາກ​​ຕ່າງປະ​ເທດ; ປັບປຸງ​ພື້ນຖານ​ໂຄງ​ລ່າງ.

ຂ່າວ/ບົດ​ອື່ນ