ສືບຕໍ່ສ້າງສະພາບແວດລ້ອມແຫ່ງການຮ່ຳຮຽນພາສາ ຫວຽດ ທີ່ດຶງດູດໃຫ້ລຸ້ນໜຸ່ມເປັນຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ

(VOVWORLD) - ວຽກງານເຊີດຊູພາສາ ຫວຽດ ຍາມໃດກໍໄດ້ຮັບຄວາມເອົາໃຈໃສ່ຢ່າງເລິກເຊິ່ງ, ແມ່ນແຜນນະໂຍບາຍສະເໝີຕົ້ນສະເໝີປາຍ, ລຸລ່ວງຂອງພັກ ແລະ ລັດຫວຽດນາມ
ສືບຕໍ່ສ້າງສະພາບແວດລ້ອມແຫ່ງການຮ່ຳຮຽນພາສາ ຫວຽດ ທີ່ດຶງດູດໃຫ້ລຸ້ນໜຸ່ມເປັນຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ - ảnh 1(ທ່ານນາງ ເລທິທູຮັ່ງ, ຮອງລັດຖະມົນຕີການຕ່າງປະເທດ ກ່າວຄຳເຫັນທີ່ກອງປະຊຸມສຳມະນາ)

            ຕອນເຊົ້າວັນທີ 08 ກັນຍາ, ຢູ່ຮ່າໂນ້ຍ, ຄະນະກຳມະການແຫ່ງລັດກ່ຽວກັບ ຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ, ກະຊວງການຕ່າງປະເທດ ຫວຽດນາມ ໄດ້ຈັດ ກອງປະຊຸມສຳມະນາສະຫຼຸບການຜັນຂະຫຍາຍແຜນການ ວັນເຊີດຊູພາສາ ຫວຽດນາມ ໃນປະຊາຄົມຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດປີ 2023.

            ກ່າວຄຳເຫັນຢູ່ທີ່ນີ້, ທ່ານນາງ ເລທິທູຮັ່ງ, ຮອງລັດຖະມົນຕີການຕ່າງປະເທດ, ຫົວໜ້າຄະນະກຳມະການແຫ່ງລັດ ກ່ຽວກັບຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ ຖືວ່າ: ພ້ອມກັບກັບວຽກງານອະນຸລັກຮັກສາ ແລະ ເສີມຂະຫຍາຍສີສັນວັດທະນະທຳຂອງຊາດ, ວຽກງານເຊີດຊູພາສາ ຫວຽດ ຍາມໃດກໍໄດ້ຮັບຄວາມເອົາໃຈໃສ່ຢ່າງເລິກເຊິ່ງ, ແມ່ນແຜນນະໂຍບາຍສະເໝີຕົ້ນສະເໝີປາຍ, ລຸລ່ວງຂອງພັກ ແລະ ລັດຫວຽດນາມ:

          “ການເຄື່ອນໄຫວເຊີດຊູພາສາ ຫວຽດ ໄດ້ຮັບການຜັນຂະຫຍາຍຢ່າງຄົບຊຸດດ້ວຍຂອບເຂດເປີດກ້ວາງຂວາງທັງຢູ່ພາຍໃນ ແລະ ຕ່າງປະເທດ ກໍ່ຄືການຮ່ວມແຮງຮ່ວມໃຈ ແລະ ການເຂົ້າຮ່ວມຢ່າງຕັ້ງໜ້າຂອງບັນດາກະຊວງ,  ຂະແໜງການ, ໝູ່ຄະນະ, ວິສາຫະກິດ, ພິເສດແມ່ນພໍ່ແມ່ປະຊາຊົນຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ..., ກາຍເປັນເຫດການດຶງດູດປະຊາຄົມຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ, ສ້າງການແຜ່ຂະຫຍາຍບັນດາຄຸນຄ່າທີ່ສວຍງາມຂອງພາສາ ແລະ ວັດທະນະທໍາຂອງຊາດ.

            ທີ່ກອງປະຊຸມສຳມະນາ, ບັນດາຜູ້ແທນຖືກວ່າ, ຕ້ອງສືບຕໍ່ສ້າງສະພາບແວດລ້ອມແຫ່ງການຮຽນຮູ້ທີ່ດຶງດູດໃຈ, ມີເນື້ອໃນ ແລະ ຮູບແບບອຸດົມສົມບູນ, ຫັນເປັນຫຼາຍຮູບຫຼາຍແບບ, ປ່ຽນແປງໃໝ່ບັນດາຫຼັກສຸດການສອນພາສາ ຫວຽດ; ຍົກສູງຄຸນນະພາບຖັນແຖວຄູອາຈານ, ວິທີສິດສອນ, ບຳລຸງສ້າງການຮຽນ-ການສອນພາສາຫວຽດ ເພື່ອຊຸກຍູ້ບັນດາການເຄື່ອນໄຫວສິດສອນ, ຮ່ຳຮຽນ ແລະ ຕອບສະໜອງຄວາມມຸ່ງມາດປາດຖະໜາ ແລະ ຄວາມຕ້ອງການຢ່າງແທດຈິງຂອງປະຊາຄົມ.

ຕອບກັບ

ຂ່າວ/ບົດ​ອື່ນ