ສືບຕໍ່ສ້າງແຜນຮ່າງ “ຍຸດທະສາດພັດທະນາການສຶກສາໄລຍະ 2021-2030, ວິໄສທັດຮອດປີ 2045” ໃຫ້ສົມບູນແບບ

(VOVWORLD) -ເປົ້າໝາຍສັງລວມແມ່ນຮອດປີ 2030 ຂອງຂະແໜງສຶກສາ ຫວຽດນາມ ແມ່ນພັດທະນາມະນຸດ ຫວຽດນາມ ຢ່າງຮອບດ້ານ
ສືບຕໍ່ສ້າງແຜນຮ່າງ “ຍຸດທະສາດພັດທະນາການສຶກສາໄລຍະ 2021-2030, ວິໄສທັດຮອດປີ 2045” ໃຫ້ສົມບູນແບບ - ảnh 1ວາລະປະຊຸມຄົບຄະນະ
(ພາບ: BGĐT)

ວັນທີ 30 ທັນວາ, ທ່ານລັດຖະມົນຕີກະຊວງສຶກສາ ແລະ ບຳລຸງສ້າງ ຫວຽດນາມ ຫງວຽນກິມເຊີນ ໄດ້ເປັນປະທານວາລະປະຊຸມຄົບຄະນະຫົວເລື່ອງສະເພາະ “ຍຸດທະສາດພັດທະນາການສຶກສາໄລຍະ 2021-2030, ວິໄສທັດຮອດປີ 2045”.

        ຕາມແຜນຮ່າງດັ່ງໂດຍເຊິ່ງທ່ານ ຫງວຽນວັນຟຸກ, ຮອງລັດຖະມົນຕີກະຊວງສຶກສາ ແລະ ບຳລຸງສ້າງ ສະເໜີທີ່ວາລະປະຊຸມ, ເປົ້າໝາຍສັງລວມແມ່ນຮອດປີ 2030 ຂອງຂະແໜງສຶກສາ ຫວຽດນາມ ແມ່ນພັດທະນາມະນຸດ ຫວຽດນາມ ຢ່າງຮອບດ້ານ, ເສີມຂະຫຍາຍຄວາມສາມາດບົ່ມຊ້ອນ, ຄວາມສາມາດປະດິດຄິດສ້າງຂອງສ່ວນບຸກຄົນຢ່າງສຸດຂີດ, ເປັນພື້ນຖານໃຫ້ແກ່ເປົ້າໝາຍປະຊາຊົນຮັ່ງມີ, ປະເທດຊາດເຂັ້ມແຂງ, ປະຊາທິປະໄຕ, ຍຸຕິທຳ, ສີວິໄລ, ປະເທດຊາດມີຄວາມຮຸ່ງເຮືອງສີວິໄລ ແລະ ຜາສຸກ. ພ້ອມທັງ, ສ້າງລະບົບສຶກສາເປີດ, ຮັບໃຊ້ການຮ່ຳຮຽນຕະຫຼອດຊີວິດ, ຍຸຕິທຳ ແລະ ສະເໝີພາບ, ຕາມທິດຫັນເປັນມາດຕະຖານ, ທັນສະໄໝ, ຫັນເປັນປະຊາທິປະໄຕເປັນຂອງສັງຄົມ ແລະ ເຊື່ອມໂຍງເຂົ້າກັບສາກົນ.

        ເປົ້າໝາຍເຊິ່ງຂະແໜງສຶກສາ ຫວຽດນາມ ວາງອອກແມ່ນບັນລຸລະດັບກ້າວໜ້າຂອງພາກພື້ນໃນປີ 2030 ແລະ ບັນລຸລະດັບກ້າວໜ້າຂອງໂລກໃນປີ 2045.

ຕອບກັບ

ຂ່າວ/ບົດ​ອື່ນ