ສືບຕໍ່ຫຼຸດອັດຕາດອກເບ້ຍກູ້ຢືມເພື່ອໜູນຊ່ວຍວິສາຫະກິດຢ່າງແທດຈິງ, ທັນການກວ່າອີກ

(VOVWORLD) - ຍາມໃດລັດຖະບານກໍ່ຮັບຟັງ, ແບ່ງປັນ, ມານະພະຍາຍາມເພື່ອມີມາດຕະການແກ້ໄຂຄວາມຫຍຸ້ງຍາກໃຫ້ແກ່ວິສາຫະກິດ
ສືບຕໍ່ຫຼຸດອັດຕາດອກເບ້ຍກູ້ຢືມເພື່ອໜູນຊ່ວຍວິສາຫະກິດຢ່າງແທດຈິງ, ທັນການກວ່າອີກ - ảnh 1ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ ເປັນປະທານການເຮັດວຽກ
(ພາບ: VGP)

        ຕອນບ່າຍວັນທີ 06 ກໍລະກົດ, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ ເປັນປະທານການເຮັດວຽກຂອງຄະນະປະຈຳຄະນະລັດຖະບານ ກັບຄະນະບໍລິຫານງານສະຫະສະມາຄົມວິສາຫະກິດຂະໜາດກາງ ແລະ ນ້ອຍ (SME) ຫວຽດນາມ ກ່ຽວກັບສະພາບການເຄື່ອນໄຫວຂອງສະຫະສະມາຄົມ, ປະຊາຄົມວິສາຫະກິດ SME ແລະ ບັນດາມາດຕະການແກ້ໄຂຄວາມຫຍຸ້ງຍາກໃຫ້ແກ່ວິສາຫະກິດ.

        ໂດຍຮັບເອົາຄຳເຫັນ, ຂໍ້ສະເໜີຂອງບັນດາວິສາຫະກິດ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ຢືນຢັນວ່າ, ຍາມໃດລັດຖະບານກໍ່ຮັບຟັງ, ແບ່ງປັນ, ມານະພະຍາຍາມເພື່ອມີມາດຕະການແກ້ໄຂຄວາມຫຍຸ້ງຍາກໃຫ້ແກ່ວິສາຫະກິດ; ທ່ານສະເໜີວ່າ ໃນໄລຍະຈະມາເຖິງ, ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ແລະ ວິສາຫະກິດ ຕ້ອງມີຄວາມມານະພະຍາຍາມ, ຄວາມຕັດສິນໃຈຫຼາຍກວ່າ ເພື່ອແກ້ໄຂບັນດາບັນຫາທີ່ຍັງຄົງຄ້າງ.

        ກ່ຽວກັບບັນຫາສຳຜັດກັບແຫຼ່ງທຶນ, ທ່ານນາຍົກລັດຖະມົນສະເໜີໃຫ້ຂະແໜງທະນາຄານ ຜັນຂະຫຍາຍບັນດາມະຕິຂອງລັດຖະບານກ່ຽວກັບການແກ້ໄຂຄວາມຫຍຸ້ງຍາກໃຫ້ແກ່ການຜະລິດ, ດຳເນີນທຸລະກິດຢ່າງຂ້ຽວຂາດກວ່າ, ພິເສດແມ່ນຜັນຂະຫຍາຍການຜ່ອນຜັນນະໂຍບາຍເງິນຕາ, ຫຼຸດອັດຕາດອກເບ້ຍ, ໂດຍສະເພາະແມ່ນດອກເບ້ຍໃຫ້ກູ້ຢືມ, ເພີ່ມຄວາມສາມາດສຳຜັດກັບບ້ວງສິນເຊື່ອໃຫ້ແກ່ການຜະລິດ ດຳເນີນທຸລະກິດ. ກ່ຽວກັບການປະຕິຮູບລະບຽບການບໍລິຫານ, ລັດຖະບານມອບໃຫ້ຫ້ອງວ່າການລັດຖະບານ ສົມທົບກັບກະຊວງພາຍໃນ ສືບຕໍ່ກວດກາຄືນເພື່ອປະຕິຮູບ, ຫຼຸດຜ່ອນ, ຫັນບັນດາລະບຽບການບໍລິຫານເປັນງ່າຍດາຍ. ທ່ານນາຍົກລັດຖະມົນຕີຖືວ່າ ຕ້ອງສືບຕໍ່ຍູ້ແຮງການສົ່ງເສີມການຄ້າ, ເສີມຂະຫຍາຍບັນດາສັນຍາການຄ້າເສລີ (FTA) ແລະ ບັນດາການເຈລະຈາ FTA ໃໝ່ໃຫ້ບັນລຸປະສິດທິຜົນ, ຫັນຕະຫຼາດ, ຜະລິດຕະພັນ, ລະບົບສະໜອງເປັນຫຼາຍຮູບຫຼາຍແບບ, ຍົກສູງຄຸນນະພາບຂອງສິນຄ້າ, ຜະລິດຕະພັນ.

ຕອບກັບ

ຂ່າວ/ບົດ​ອື່ນ