ສືບ​ຕໍ່​ຮັກ​ສາ, ເພີ່ມ​ພູນ​ຄູນ​ສ້າງ ແລະ ພັດ​ທະ​ນາ​ການ​ພົວ​ພັນ ຫວຽດ​ນາມ - ກຳ​ປູ​ເຈຍ ຂຶ້ນ​ສູ່​ລະ​ດັບ​ສູງ​ໃໝ່

(VOVWORLD) - ການນຳພັກ, ລັດ ຫວຽດນາມ ແລະ ກຳປູເຈຍ ໄດ້ກຳນົດການພົວພັນທາງດ້ານການເມືອງ - ການຕ່າງປະເທດສວມບົດບາດຫຼັກແຫຼ່ງ, ກຳນົດທິດສັງລວມໃຫ້ແກ່ການພົວພັນສອງປະເທດ.
ສືບ​ຕໍ່​ຮັກ​ສາ, ເພີ່ມ​ພູນ​ຄູນ​ສ້າງ ແລະ ພັດ​ທະ​ນາ​ການ​ພົວ​ພັນ ຫວຽດ​ນາມ - ກຳ​ປູ​ເຈຍ ຂຶ້ນ​ສູ່​ລະ​ດັບ​ສູງ​ໃໝ່ - ảnh 1ພາບປະກອບ: VOV

ວັນທີ 24 ມິຖຸນາ, ເນື່ອງໃນໂອກາດສະເຫຼີມສະຫຼອງ 57 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ກຳປູເຈຍ (24/06/1967 - 24/06/2024). ດ້ວຍຈຸດທີ່ຄ້າຍຄືກັນຫຼາຍຢ່າງ, ໃນຕະຫຼອດ 57 ປີຜ່ານມາ, ຫວຽດນາມ ແລະ ກຳປູເຈຍ ຍາມໃດກໍ່ສະໜິດຕິດພັນ, ແບ່ງປັນ, ຊ່ວຍເຫຼືອເຊິ່ງກັນແລະກັນ ໃນພາລະກິດແຫ່ງການຕໍ່ສູ້ປົດປ່ອຍຊາດ, ທ້ອນໂຮມປະເທດຊາດເປັນເອກະພາບໃນເມື່ອກອນ ກໍ່ຄືໃນພາລະກິດແຫ່ງການສ້າງສາ ແລະ ປົກປັກຮັກສາປະເທດຊາດໃນປັດຈຸບັນ.

ການນຳພັກ, ລັດ ຫວຽດນາມ ແລະ ກຳປູເຈຍ ໄດ້ກຳນົດການພົວພັນທາງດ້ານການເມືອງ - ການຕ່າງປະເທດສວມບົດບາດຫຼັກແຫຼ່ງ, ກຳນົດທິດສັງລວມໃຫ້ແກ່ການພົວພັນສອງປະເທດ. ສອງຝ່າຍໄດ້ຮັກສາ ແລະ ເສີມຂະຫຍາຍບັນດາກົນໄກຮ່ວມມືຢ່າງມີປະສິດທິຜົນ ຜ່ານການເພີ່ມທະວີການແລກປ່ຽນບັນດາການຢ້ຽມຢາມ, ການພົບປະລະຫວ່າງການນຳຂັ້ນສູງ ແລະ ທຸກຂັ້ນ, ເຊັ່ນເອກະສານຮ່ວມມືຫຼາຍສະບັບ ເພື່ອເປັນພື້ນຖານໃຫ້ແກ່ການພັດທະນາການຮ່ວມມືຢ່າງຮອບດ້ານລະຫວ່າງສອງປະເທດ.     ທີ່ບັນດາເວທີປາໄສສາກົນ, ພາກພື້ນ ແລະ ອະນຸພາກພື້ນ, ສອງປະເທດໄດ້ສົມທົບກັນຢ່າງແໜ້ນແຟ້ນ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືໃນພາກພື້ນ ແລະ ໂລກ, ພ້ອມທັງປະກອບສ່ວນຍົກສູງອິດທິພົນຊື່ສຽງ ແລະ ທີ່ຕັ້ງບົດບາດຂອງແຕ່ລະປະເທດບົນເວທີສາກົນ.

ຕອບກັບ

ຂ່າວ/ບົດ​ອື່ນ