ສືບ​ຕໍ່​ຮັກ​ສາ​ເຂດ​ຊາຍ​ແດນ ​ຫວຽນາມ-ຈີນ ແຫ່ງ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ

(VOVWORLD) - ສອງຝ່າຍໄດ້ເອົາໃຈໃສ່ຜັນຂະຫຍາຍການພົບປະແລກປ່ຽນມິດຕະພາບ, ການຮ່ວມມືພັດທະນາເຂດຊາຍແດນ, ຍູ້ແຮງການແລກປ່ຽນດ້ານການຄ້າ.
ສືບ​ຕໍ່​ຮັກ​ສາ​ເຂດ​ຊາຍ​ແດນ ​ຫວຽນາມ-ຈີນ ແຫ່ງ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ - ảnh 1 ທ່ານ ບຸ່ຍແທງເຊີນ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ (ພາບ: VOV)

     ກ່າວຄຳເຫັນທີ່ກອງປະຊຸມສະຫລຸບ 25 ປີແຫ່ງວັນເຊັນສົນທິສັນຍາ ແລະ 15 ປີແຫ່ງວັນເຊັນເອກະສານ 3 ສະບັບ ກ່ຽວກັບເສັ້ນຊາຍແດນທາງບົກ ຫວຽດນາມ-ຈີນ ຈັດຂຶ້ນໃນຕອນເຊົ້າວັນທີ 2 ສິງຫາ, ຢູ່ ຮ່າໂນ້ຍ. ທ່ານ ບຸ່ຍແທງເຊີນ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ຢືນຢັນວ່າ:

  ການສຳເລັດການປັກຫຼັກໝາຍຊາຍແດນໃນວັນທີ 31 ທັນວາປີ 2008 ມີຄວາມໝາຍປະຫວັດສາດທີ່ໃຫ່ຍຫຼວງທີ່ສຸດ, ເປີດໜ້າໃໝ່ໃນການພົວພັນສອງປະເທດ, ເປັນຂີດໝາຍແຫ່ງບາດລ້ຽວສຳຄັນ ໃນການສ້າງເຂດຊາຍແດນ ຫວຽດນາມ ແລະ ຈີນ, ຕອບສະໜອງຄວາມມຸ່ງຫວັງຂອງ ປຊຊ ສອງປະເທດ, ປະກອບສ່ວນສ້າງ ແລະ ຮັກສາສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບໃນພາກພື້ນ ແລະ ໃນໂລກ, ປະກອບສ່ວນສຳຄັນໃນການຢັງຢືນບັນດາຫຼັກການລວມຂອງກົດໝາຍສາກົນ.

 ນັບແຕ່ໄດ້ສຳເລັດການປັກຫຼັກໝາຍເສັ້ນຊາຍແດນບາງບົກ ຫວຽດນາມ-ຈີນ ແລະ ເລີ່ມຜັນຂະຫຍາຍການຄຸ້ມຄອງຊາຍແດນຕາມເອະສານ 3 ສະບັບມາຮອດປະຈຸບັນ, ເຂດຊາຍແດນທາງບົກ ຫວຽດນາມ-ຈີນ ມີຄວາມສະຖຽນລະພາບ, ເປັນລະບຽບຮຽບຮ້ອຍ,ຄວາມປອດໄພສັງຄົມເຂດຊາຍແດນໄດ້ຮັບປະກັນ. ສອງຝ່າຍໄດ້ເອົາໃຈໃສ່ຜັນຂະຫຍາຍການພົບປະແລກປ່ຽນມິດຕະພາບ, ການຮ່ວມມືພັດທະນາເຂດຊາຍແດນ, ຍູ້ແຮງການແລກປ່ຽນດ້ານການຄ້າ.

    ບັນດາບົດປະກອບຄວາມເຫັນທີ່ກອງປະຊຸມ ໄດ້ຕີລາຄາບັນດາຜົນງານ, ບົດຮຽນປະສົບການ, ສະເໜີບັນດາມາດຕະການແກ້ໄຂໃຫ້ແກ່ວຽກງານຄຸ້ມຄອງເຂດຊາຍແດນ ຫວຽດນາມ-ຈີນ ບັນລຸປະສິດທິຜົນກ່ວາອີກໃນໄລຍະທີ່ຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ