ສືບຕໍ່ຮ່ວມມືໃນ ຂອບເຂດ ADMM+ ດ້ວຍບົດບາດ ເປັນໃຈກາງຂອງ ອາຊຽນ

ສືບຕໍ່ຮ່ວມມືໃນ ຂອບເຂດ ADMM+ ດ້ວຍບົດບາດ ເປັນໃຈກາງຂອງ ອາຊຽນ - ảnh 1
ທ່ານ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ​ຫວຽດນາມ ຟຸ່ງກວາງ​ແທງ
(ພາບ: dangcongsan.vn)


(vovworld) - ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ​ອາ​ຊຽນ​ເປີດ​ກວ້າງ (ADMM+) ຄັ້ງ​ທີ 2 ​ເຊິ່ງ​ໄຂ​ຂຶ້ນ​ໃນ​ວັນ​ທີ 29 ສິງຫາ ຢູ່​ປະ​ເທດ​ບຣຸ​ໄນ, ທ່ານ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ​ຫວຽດນາມ ຟຸ່ງກວາງ​ແທງ ຖື​ວ່າ ບັນດາ​ປະ​ເທດ, ພິ​ເສດ​ແມ່ນ​ຈີນ ​ແລະ ອາ​ເມ​ລິ​ຫາ ຄວນ​ສ້າງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຍຸດ​ທະ​ສາດ, ​ເພີ່ມ​ທະວີ​ບັນດາ​ການ​ເຄື່ອນ​ໄຫວ ​ເພື່​ອ​​ຮັກສາ​ສັນຕິພາບ: ສະຖຽນ​ລະ​ພາບ​ໃນ​ພາກ​ພື້ນ​ອາຊີ - ປາຊີ​ຝີ​ກ. ກ່ຽວ​ກັບ​ບັນຫາ​ພິພາດ​ຢູ່​ທະ​ເລ​ຕາ​ເວັນ​ອອກ, ທ່ານ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ​ຟຸ່ງກວາງ​ແທງ ສະ​ແດງ​ທັດສະນະ​ວ່າ ບັນດາ​ປະ​ເທດ​ຕ້ອງ​ແກ້​ໄຂ​ດ້ວຍສັນຕິ​ວິທີ, ຜ່ານ​ການ​ເຈລະຈາ​ບົນ​ພື້ນຖານ​ກົດໝາຍ​ສາກົນ, ພິ​ເສດ​ແມ່ນ​ສົນທິສັນຍາ​ສະຫະ​ປະຊາ​ຊາດ​ກ່ຽວ​ກັບ​ທະ​ເລ​ປີ 1982 ​ແລະ ຖະ​ແຫຼ​ງການ​ຂັ້ນ​ສູງ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 10 ປີ​ແຫ່ງ​ການ​ສ້າງ​ຕັ້ງການ​ພົວພັນ​ຄູ່​ຮ່ວມມື​ລະຫວ່າງ​ອາ​ຊຽນ ​ແລະ ຈີນ, ກ້າວ​ໄປ​ເຖິງ​​​ເລື່ອງລົງ​ນາມ​ໃນປະມວນ​ຂໍ້​ກຳນົດ​ການ​ປະພຶດ​ຂອງ​ຝ່າຍ​ຕ່າງໆຢູ່​ທະ​ເລ​ຕາ​ເວັນ​ອອກ (COC) ​ໂດຍ​ໄວ, ຮັບປະກັນ​ຄວາມ​ສະຫງົບ​ປອດ​ໄພ​ໃນ​ການ​ເດີນ​ທະ​ເລ. ຫວຽດນາມ ສະ​ເໜີ​ເພີ່ມ​ທະວີ​ການ​ຮ່ວມ​ມື​ດ້ານ​ກອງທັບ​ເຮືອ​ໃນ​ພາກ​ພື້ນ ຜ່ານ​ບັນດາ​ການ​ເຄື່ອນ​ໄຫວ​ລາດ​ຕາ​ເວັນ​ຮ່ວມ, ​ການພົບ​ປະ​ແລກ​ປ່ຽນ, ສ້າງ​ສາຍ​ໂທລະສັບ​ດ່ວນ​ລະຫວ່າງ​ກອງ​ທັບ​ເຮືອ ກໍ່​ຄື​ການ​ນຳ​ປ້ອງ​ກັນ​ປະ​ເທດ ​ປະ​ເທດຕ່າງໆ. ທ່ານ​ລັດຖະມົນຕີ ຟຸ່ງກວາງ​ແທງ ຢືນຢັນ​ວ່າ ຫວຽດນາມ ພ້ອມ​ແລ້ວ​ທີ່​ຈະ​ລົງ​ນາມ​ຄຳ​ໝັ້ນ​​​ສັນຍາ​ກ່ຽວ​ກັບ​ການ​ບໍ່​ນຳ​ໃຊ້ກຳ​ລັງ​ອາວຸດ​ແລະນາບ​ຂູ່ນຳ​ໃຊ້​ກຳ​ລັງອາວຸດ​ກ່ອນ. ຫວຽດນາມ ສະ​ເໜີ​ໃຫ້​ບັນດາ​ປະ​ເທດ, ພິ​ເສດ​ແມ່ນ​ອາ​ເມ​ລິ​ກາ​ເຂົ້າ​ຮ່ວມ​ການ​ໜູນ​ຊ່ວຍ​ບັນ​ຫາແກ້​ໄຂ​ລະ​ເບີດ​ທີ່​ຍັງ​ຕົກ​ຂ້າງ​ຢູ່​ຫວຽດນາມ ພາຍຫຼັງ​ສົງຄາມ.

        ​ແລະ​ກໍ່​ໃນ​ວັນ​ດ່ຽວ​ກັນ, ທ່ານ​ລັດຖະມົນຕີກະຊວງປ້ອງ​ກັນ​ປະ​ເທດ ຟຸ່ງກວາງ​ແທງ ມີ​ການ​ພົບ​ປະ 2 ຝ່າຍ​ກັບ​ທ່ານ​ລັດຖະມົນ​ຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ​ອົດສຕາ​ລີ.
ຂ່າວ/ບົດ​ອື່ນ