ສືບຕໍ່ເພີ່ມທະວີການພົວພັນຮ່ວມມືຢ່າງຮອບດ້ານລະຫວ່າງຫວຽດນາມ-ຈີເລ

(VOVWORLD) -ຕອນເຊົ້າວັນທີ 09 ພະຈິກ, ຢູ່ທຳນຽບປະທານປະເທດ, ທ່ານປະທານປະເທດຫວຽດນາມ ເຈີ່ນດ້າຍກວາງ ໄດ້ເປັນປະທານພິທີຕ້ອນຮັບທ່ານນາງປະທານາທິບໍດີສ.ຈີເລ Michelle Bachelet Jeria ຢ້ຽມຢາມທາງລັດຖະກິດເຖິງຫວຽດນາມ ຢ່າງສົມກຽດ ໃນລະຫວ່າງວັນທີ 08 – 09 ພະຈິກ.
ສືບຕໍ່ເພີ່ມທະວີການພົວພັນຮ່ວມມືຢ່າງຮອບດ້ານລະຫວ່າງຫວຽດນາມ-ຈີເລ - ảnh 1 (ການເຈລະຈາລະຫວ່າງ 2 ຝ່າຍ)

ທ່ານປະທານປະເທດ ເຈີ່ນດ້າຍກວາງ ແລະ ທ່ານນາງປະທານາທິບໍດີ Michelle Bachelet Jeria ໄດ້ເປັນປະທານການປະຊຸມຂ່າວຮ່ວມ, ແຈ້ງໃຫ້ຊາບກ່ຽວກັບໝາກຜົນອັນດີງາມຂອງການເຈລະຈາ. ທ່ານປະທານປະເທດ ເຈີ່ນດ້າຍກວາງ ແຈ້ງໃຫ້ຊາບວ່າ, ການນຳ 2 ປະເທດໄດ້ແລກປ່ຽນ, ເປັນເອກະພາບກ່ຽວກັບບັນດາມາດຕະການເພື່ອແນໃສ່ສືບຕໍ່ເພີ່ມທະວີການພົວພັນຮ່ວມມືຮອບດ້ານລະຫວ່າງ 2 ປະເທດໃນໄລຍະຈະມາເຖິງ ໃນຂົງເຂດການເມືອງ - ການທູດ, ເສດຖະກິດ - ການຄ້າ ແລະ ການລົງທຶນ, ໃນນັ້ນບຸລິມະສິດສຸມໃສ່ຂຸດຄົ້ນຄວາມສາມາດບົ່ມຊ້ອນ, ທ່າແຮງ ແລະ ມີລັກສະນະຊ່ວຍໜູນເຊິ່ງ ກັນ ແລະ ກັນ ຂອງພື້ນຖານເສດຖະກິດ 2 ປະເທດຄື: ການຜະລິດ ແລະ ປຸງແຕ່ງ ຜະລິດຕະພັນກະເສດ, ສິນໃນນ້ຳ, ສິນທະເລ, ການກໍ່ສ້າງ, ເຕັກໂນໂລຊີຊີວະສາດ... 2 ຝ່າຍກໍໄດ້ລົງນາມໃນບັນດາເອກະສານຮ່ວມມືໃນຂົງເຂດພົວພັນຕ່າງປະເທດປະຊາຊົນ.

        ທ່ານປະທານປະເທດ ເຈີ່ນດ້າຍກວາງ ໃຫ້ຮູ້ວ່າ, ການນຳ 2 ທ່ານໄດ້ແລກປ່ຽນບັນດາບັນຫາສາກົນ ແລະ ພາກພື້ນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ; ແບ່ງປັນຫຼັກໝັ້ນສະໜັບສະໜູນການແກ້ໄຂບັນດາການຂັດແຍ້ງກັນກ່ຽວກັບອະທິປະໄຕໂດຍສັນຕິວິທີ ບົນພື້ນຖານເຄົາລົບກົດໝາຍສາກົນ, ໂດຍສະເພາະແມ່ນກົດບັດສະຫະປະຊາຊາດ ແລະ ສົນທິສັນຍາສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982 (UNCLOS 1982), ເຄົາລົບວິວັດທະນາການດ້ານການທູດ ແລະ ກົດໝາຍ.

        ທ່ານນາງປະທານາທິບໍດີຈີເລ Michelle Bachelet Jeria ໄດ້ຢືນຢັນຄວາມສຳຄັນຂອງສັນຍາການຄ້າເສລີ 2 ຝ່າຍ ເຊິ່ງມີຜົນສັກສິດນັບແຕ່ປີ 2014, ປະກອບສ່ວນຊຸກຍູ້ການແລກປ່ຽນດ້ານການຄ້າ, ນຳຫວຽດນາມ ກາຍເປັນຄູ່ຄ້າໃຫຍ່ຂອງຈີເລ.

        ກ່ອນທີ່ຈັດການປະຊຸມຂ່າວ, ທ່ານປະທານປະເທດ ເຈີ່ນດ້າຍກວາງ ແລະ ທ່ານນາງປະທານາທິບໍດີ ຈີເລ Michelle Bachelet Jeria ໄດ້ລົງນາມໃນຖະແຫຼງການຮ່ວມຫວຽດນາມ - ຈີເລ. ການນຳ 2 ທ່ານໄດ້ເປັນສັກຂີພິຍານພິທີລົງນາມໃນບັນດາເອກະສານຮ່ວມມືລະຫວ່າງ 2 ປະເທດ ຄື: ບົດບັນທຶກຊ່ວຍຈຳລະຫວ່າງລັດຖະບານ 2 ປະເທດກ່ຽວກັບການຮ່ວມມືໃນຂົງເຂດເດັກນ້ອຍ ແລະ ຊາວໜຸ່ມເຍົາວະຊົນ; ສັນຍາຮ່ວມມືກ່ຽວກັບການເຄື່ອນໄຫວມີລາຍຮັບໃຫ້ຍາດຕິພີ່ນ້ອງພະນັກງານການທູດ, ສະຖານກົງສູນ, ລັດຖະກອນ ແລະ ນັກເຕັກນິກບັນດາອົງການຕາງໜ້າ, ສະຖານກົງສູນ ແລະ ບັນດາອົງການຈັດຕັ້ງສາກົນ…

        ຕອນທ່ຽງວັນທີ 09 ພະຈິກ, ທ່ານປະທານປະເທດ ເຈີ່ນດ້າຍກວາງ ໄດ້ເປັນປະທານງານລ້ຽງຮ້ອງຮັບລະດັບຊາດ ເພື່ອຕ້ອນຮັບທ່ານນາງປະທານາທິບໍດີ Michelle Bachelet Jeria ແລະ ຄະນະຜູ້ແທນຂັ້ນສູງປະເທດສ.ຈີເລ ທີ່ມາຢ້ຽມຢາມທາງລັດຖະກິດຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ