ສືບຕໍ່ເພີ່ມທະວີການສົມທົບກັນຢ່າງແໜ້ນແຟ້ນລະຫວ່າງ 4 ຫ້ອງວ່າການ ສູນກາງ

ສືບຕໍ່ເພີ່ມທະວີການສົມທົບກັນຢ່າງແໜ້ນແຟ້ນລະຫວ່າງ 4 ຫ້ອງວ່າການ ສູນກາງ - ảnh 1
​ງານ​ພົບ​ປະ​ແລກປ່ຽນ​ສົມທົບ​ກັນ​ຜັນ​ຂະຫຍາຍ​ວຽກ​ງານ​ປີ 2015
(ພາບ: vovgiaothong.vn)


(vovworld) – ຕອນ​ບ່າຍ​ວັນ​ທີ 09/02, ຢູ່​ຮ່າ​ໂນ້ຍ, ຫ້ອງວ່າການ​ສູນ​ກາງ​ພັກ, ຫ້ອງວ່າການ​ປະທານ​ປະ​ເທດ, ຫ້ອງວ່າການ​ສະພາ​ແຫ່ງ​ຊາດ ​ແລະ ຫ້ອງວ່າການ​ລັດຖະບານ ​​ໄດ້​ຈັດ​ຕັ້ງ​ງານ​ພົບ​ປະ​ແລກປ່ຽນ​ສົມທົບ​ກັນ​ຜັນ​ຂະຫຍາຍ​ວຽກ​ງານ​ປີ 2015. ກ່າວ​ຄຳ​ເຫັນ​ຢູ່​ທີ່​ນີ້, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮຸ່ງ ສະ​ເໜີ​ວ່າ ດ້ວຍບົດ​ບາດ​ໜ້າ​ທີ່ຂອງ​ຕົນ, 4 ຫ້ອງວ່າການ​ສູນ​ກາງ ສືບ​ຕໍ່​ປະຕິບັດ​ວຽກ​ງານ​​ເປັນ​ເສນາ​ທິການ, ລວບ​ລວມ​ໄດ້​ເປັນ​ຢ່າງ​ດີ. ວຽກ​ງານ​ຊີ້​ນຳ​ນຳພາ​ຂອງ​ພັກ, ການ​ເຄື່ອນ​ໄຫວ​ຂອງ​ລັດ​ເຖິງ​ປະຊາຊົນສ້າງ​ເປັນ​ກຳລັງ​ແຮງ, ກໍ່ສ້າງ​ກຸ່ມ​ກ້ອນ​ມະຫາ​ສາມັກຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ ສ່ວນ​ໜຶ່ງ​ແມ່ນ​ຍ້ອນ​ຄຸນນະພາບ, ປະສິດທິ​ຜົນ​ການ​ເຄື່ອນ​ໄຫວ​ຂອງ​ໝູ່​ຄະນະ, ພະນັກງານ 4 ຫ້ອງວ່າການ​ສູນ​ກາງ. ​ໃນ​ນັ້ນ, ພະນັກ​ງານ​ແຕ່ລະຄົນ​ຕ້ອງ​ມານະ​ພະຍາຍາມ​ຝຶກ​ຝົນ​ຫຼໍ່​ຫຼອມ​ຍົກ​ສູງ​ກຳລັງ​ຄວາມ​ສາມາດ, ລະດັບ​ວິຊາ​ສະ​ເພາະ, ກຳ​ໄດ້​ທິດ​ສະ​ດີ ​ແລະ ພຶດຕິ​ກຳ​ຕົວ​ຈິງ; ​ເປັນ​ເຈົ້າ​ການ​ສົມທົບກັນ​ຢ່າງ​ມີ​ວິທະ​ຍາ​ສາດ. ທ່ານ​ປະທາ​ນສະພາ​ແຫ່ງ​ຊາດຮຽກຮ້ອງ​ວ່າ ​ໃນ​ປີ 2015, 4 ຫ້ອງວ່າການ​ສູນ​ກາງ ສຸມ​ໃສ່​ປະຕິບັດ​ບັນດາ​ແຜນ​ນະ​ໂຍບາຍ​ຂອງ​ພັກ​ເປັນ​ຢ່າງ​ດີ, ສືບ​ຕໍ່​ຜັນ​ຂະຫຍາຍນຳ​ລັດຖະທຳ​ມະນູນ​ເຂົ້າ​ໃນການ​ດຳລົງ​ຊີວິດ; ສ້າງ​ລັດ​ຂອງ​ປະຊາຊົນ, ​ໂດຍປະຊາຊົນ ​ແລະ ​ເພື່ອ​ປະຊາຊົນ, ກໍ່​ຄື​ກະກຽ​ມຕ້ອນຮັບ​ບັນດ​າ​ເຫດການ​ໃຫຍ່​ຂອງ​ປະ​ເທດ​ຊາດ.

ຂ່າວ/ບົດ​ອື່ນ