ສື​ບ​ຕໍ່​ເພີ່ມ​ທະ​ວີ​ສາຍ​ພ​ົວ​ພັນ​ມິດ​ຕະ​ພາບ​ ແລະ ການ​ຮ່ວມ​ມື​ລະ​ຫວ່າງ​ສອງ​ປະ​ເທດ ຫວຽດ​ນາມ - Costa Rica

(VOVWORLD) - ສອງຝ່າຍເຫັນດີເປັນເອກະພາບຊຸກຍູ້ການພົວພັນແລກປ່ຽນຄະນະຜູ້ແທນທຸກຂັ້ນ, ຮັກສາບັນດາກົນໄກປຶກສາຫາລືການເມືອງຂັ້ນຮອງລັດຖະມົນຕີການຕ່າງປະເທດ ລະຫວ່າງກະຊວງສອງປະເທດເປັນປະຈຳ ແລະ ຂະຫຍັນຂັນເຄື່ອນ.
ສື​ບ​ຕໍ່​ເພີ່ມ​ທະ​ວີ​ສາຍ​ພ​ົວ​ພັນ​ມິດ​ຕະ​ພາບ​ ແລະ ການ​ຮ່ວມ​ມື​ລະ​ຫວ່າງ​ສອງ​ປະ​ເທດ ຫວຽດ​ນາມ - Costa Rica - ảnh 1ທ່ານລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ບຸ່ຍແທງເຊີນ (ພາບ: TTXVN)

ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງການພົວພັນທາງການທູດ ລະຫວ່າງ ຫວຽດນາມ ແລະ ສາທາລະນະລັດ Costa Rica (24/4/1976 – 24/04/2021), ຕອນເຊົ້າວັນທີ 29 ເມສາ 2021, ທ່ານລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ບຸ່ຍແທງເຊີນ ໄດ້ໂອ້ລົມສົນທະນາແບບທາງໄກກັບ ທ່ານ Rodolfo Solano Quiros ລັດຖະມົນຕີກະຊວງການຕ່າງປະເທດ ແລະ ຄວາມເຊື່ອຖື ແຫ່ງ ສາທາລະນະລັດ Costa Rica ເພື່ອແລກປ່ຽນກ່ຽວກັບບັນດາທິດທາງ ແລະ ມາດຕະການລະອຽດ ແນໃສ່ເພີ່ມທະວີການພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງສອງປະເທດ.

        ສອງຝ່າຍເຫັນດີເປັນເອກະພາບຊຸກຍູ້ການພົວພັນແລກປ່ຽນຄະນະຜູ້ແທນທຸກຂັ້ນ, ຮັກສາບັນດາກົນໄກປຶກສາຫາລືການເມືອງຂັ້ນຮອງລັດຖະມົນຕີການຕ່າງປະເທດ ລະຫວ່າງກະຊວງສອງປະເທດເປັນປະຈຳ ແລະ ຂະຫຍັນຂັນເຄື່ອນ. ລັດຖະມົນຕີສອງປະເທດກໍໄດ້ແລກປ່ຽນກ່ຽວກັບຄວາມສາມາດເຈລະຈາບັນດາຂໍ້ຕົກລົງຮ່ວມມືສອງຝ່າຍ, ໂດຍສະເພາະແມ່ນໃນບັນດາຂົງເຂດເສດຖະກິດ, ການຄ້າ ແລະ ການລົງທຶນ, ພິຈາລະນາຄວາມເປັນໄປໄດ້ໃນການເປີດກວ້າງການຮ່ວມມືສອງຝ່າຍໃນບາງຂົງເຂດ ເປັນຕົ້ນແມ່ນຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ກະສິກຳ, ພະລັງງານຂຽວ, ການເດີນເຮືອ, ສົ່ງເສີມການທ່ອງທ່ຽວ ແລະ ການພົບປະແລກປ່ຽນປະຊາຊົນ.

        ກ່ຽວກັບບັນດາບັນຫາສາກົນ ແລະ ພາກພື້ນ, ລັດຖະມົນຕີສອງທ່ານໄດ້ເຫັນດີສືບຕໍ່ສົມທົບກັນ ແລະ ສະໜັບສະໜູນເຊິ່ງກັນແລະກັນ ໃນ ສປຊ ກໍຄືບັນດາເວທີປາໄສຫຼາຍຝ່າຍ ແລະ ລະຫວ່າງພາກພື້ນ, ໃນນັ້ນ ມີ ເວທີປາໄສຮ່ວມມື ອາຊີຕາເວັນອອກ - ອາເມລິກາ ລາຕິນ (FEALAC).


ຕອບກັບ

ຂ່າວ/ບົດ​ອື່ນ