ສືບ​ຕໍ່​ເພ​ີ່ມ​ທະ​ວີ​​ເຮັດ​ໃຫ້ການ​ພົວ​ພັນ​ລະ​ຫວ່າງ ຫວຽດ​ນາມ ແລະ ກູ​ບາ ເລິກ​ເຊິ່ງກວ່າ​ອີກ

(VOVWORLD) -  ຕອນຄ່ຳວັນທີ 25 ມີນາ, ຢູ່ຫໍສະພາແຫ່ງຊາດ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວ້ ໄດ້ມີການເຈລະຈາກັບທ່ານ Esteban Lazo Hernandez, ປະທານສະພາແຫ່ງຊາດ, ປະທານສະພາແຫ່ງລັດ ກູບາ, ຕາມຮູບການທາງໄກ.
ສືບ​ຕໍ່​ເພ​ີ່ມ​ທະ​ວີ​​ເຮັດ​ໃຫ້ການ​ພົວ​ພັນ​ລະ​ຫວ່າງ ຫວຽດ​ນາມ ແລະ ກູ​ບາ ເລິກ​ເຊິ່ງກວ່າ​ອີກ - ảnh 1ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວ້ 

ນະທີ່ນີ້, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວ້ ຢັ້ງຢືນວ່າ ຫວຽດນາມ ຍາມໃດກໍຖືເປັນສຳຄັນ ແລະ ຈະສືບຕໍ່ສົມທົບກັບ ກູບາ ຢ່າງແໜ້ນແຟ້ນ ເພື່ອຜັນຂະຫຍາຍຄຳໝັ້ນສັນຍາຂັ້ນສູງ ກໍຄື ບັນດາເນື້ອໃນທີ່ໄດ້ຕົກລົງເປັນເອກະພາບໃນກອງປະຊຸມຄະນະກຳມາທິການຮ່ວມມືທະວີພາຄີລະຫວ່າງລັດຖະບານສອງປະເທດ. ການນຳສະພາແຫ່ງຊາດສອງປະເທດຖືວ່າ ສອງປະເທດຕ້ອງຊຸກຍູ້ການພົວພັນດ້ານເສດຖະກິດ, ການຄ້າ ແລະ ການລົງທຶນຢ່າງແຮງກວ່າອີກເພື່ອໃຫ້ສົມກັບການພົວພັນດ້ານການເມືອງອັນດີງາມທີ່ສຸດລະຫວ່າງສອງປະເທດ.

        ກ່ຽວກັບການພົວພັນລະຫວ່າງສະພາແຫ່ງຊາດສອງປະເທດ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວ້ ຢາກສືບຕໍ່ເພີ່ມທະວີເຮັດໃຫ້ການພົວພັນລະຫວ່າງສະພາແຫ່ງຊາດສອງປະເທດເລິກເຊິ່ງກວ່າອີກ; ພ້ອມທັງຢັ້ງຢືນວ່າ ສະພາແຫ່ງຊາດ, ປະຊາຊົນ ຫວຽດນາມ ຍາມໃດກໍຈະຮ່ວມເດີນທາງພ້ອມກັບສະພາແຫ່ງຊາດ, ປະຊາຊົນ ກູບາ.

        ສ່ວນທ່ານ Esteban Lazo Hernandez ຊີ້ແຈ້ງວ່າ ກູບາ ມີຄວາມເອົາໃຈໃສ່ເຖິງການພົວພັນກັບ ຫວຽດນາມ ຖືເປັນບຸລິມະສິດແຖວໜ້າ ແລະ ຢາກເພີ່ມທະວີການພົວພັນດ້ານເສດຖະກິດ, ການຄ້າ, ການລົງທຶນຕ່າງປະເທດ; ເອົາໃຈໃສ່ເຖິງການແລກປ່ຽນບົດຮຽນ, ປະສົບການໃນການເຄື່ອນໄຫວສະພາແຫ່ງຊາດ. ກູບາ ຕີລາຄາສູງຕໍ່ຄວາມມານະພະຍາຍາມຂອງ ຫວຽດນາມ ໃນການປະຕິບັດເປົ້າໝາຍຄວບຄູ່, ທັງພັດທະນາເສດຖະກິດ - ສັງຄົມ, ທັງປ້ອງກັນ, ຕ້ານໂລກລະບາດໂຄວິດ - 19; ຂອບໃຈ ຫວຽດນາມ ທີ່ໄດ້ສະໜັບສະໜູນການຕໍ່ສູ້ລົບລ້າງການປິດລ້ອມ ແລະ ຂວ້ຳບາດ ຕ້ານຄືນກູບາ.

ຕອບກັບ

ຂ່າວ/ບົດ​ອື່ນ