ສ​ືບ​ຕໍ່​ເພີ່​ມ​ບຸນ​ຄູນ​ສ້າງສາຍ​ພົວ​ພັນ​ມິດ​ຕະ​ພາບ ຫວຽດ​ນາມ - ລາວ

(VOVWORLD) -ຕອນເຊົ້າວັນທີ 7 ທັນວາ, ຢູ່ນະຄອນ ວີງ, ແຂວງເງະອານ, ໄດ້ຈັດຕັ້ງກອງປະຊຸມສຳມະນາແບ່ງປັນບົດຮຽນ ກ່ຽວກັບວຽກງານຊົນເຜົ່າ, ການພົວພັນແລກປ່ຽນປະຊາຊົນລະຫວ່າງ ຜູ້ແທນຊົນເຜົ່າສ່ວນໜ້ອຍ, ຜູ້ມີອິດທິພົນຊື່ສຽງທີ່ດຳລົງຊີວິດລຽບຕາມເສັ້ນຊາຍແດນ ຫວຽດນາມ ແລະ ລາວ.
 ສ​ືບ​ຕໍ່​ເພີ່​ມ​ບຸນ​ຄູນ​ສ້າງສາຍ​ພົວ​ພັນ​ມິດ​ຕະ​ພາບ ຫວຽດ​ນາມ - ລາວ - ảnh 1ທ່ານຮອງນາຍົກລັດຖະມົນຕີ ຜູ້ປະຈຳການລັດຖະບານ ເຈືອງຮ່ວາບິ່ງ ພ້ອມກັບບັນດາຜູ້ແທນເຂົ້າຮ່ວມກອງປະຊຸມສຳມະນາ (ພາບ: VGP) 

ບັດດາບົດປະກອບຄຳເຫັນໄດ້ຢັ້ງຢືນບົດບາດຊີ້ນຳນຳພາຂອງ ພັກກອມມູນິດ ຫວຽດນາມ ແລະ ພັກປະຊາຊົນປະຕິວັດລາວ, ໃນນັ້ນ ປະທານໂຮ່ຈີມິນ, ປະທານໄກສອນ ພົມວິຫານ ແລະ ປະທານ ສຸພານຸວົງ ເປັນຜູ້ກໍ່ຕັ້ງພື້ນຖານ, ກໍ່ສ້າ. ພັກ ແລະ ປະຊາຊົນສອງປະເທດ ອອກເຫື່ອເທແຮງ ຮັກສາ, ເພີ່ມບຸນຄູນສ້າງໃຫ້ນັບມື້ນັບ ພັດທະນາຂຶ້ນສູ່ລະດັບສູງໃໝ່. ກ່າວຄຳ ເຫັນທີ່ກອງປະຊຸມສຳມະນາ, ທ່ານ ເຈືອງຮ່ວາບິ່ງ ຮອງນາຍົກລັດຖະມົນຕີ ເນັ້ນໜັກວ່າ:

ສືບຕໍ່ເພີ່ມບຸນຄູນສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່ລະຫ່ວາງ ຫວຽດນາມ - ລາວ, ລາວ - ຫວຽດນາມ ແລະ ແບ່ງປັນບົດຮຽນໃນວຽກງານຊົນເຜົ່າ ເພື່ອແນໃສ່ໄຈ້ແຍກຢ່າງເລິກເຊິ່ງ ແລະ ຮອບດ້ານບັນດາບັນຫາກ່ຽວກັບບົດບາດຂອງ ລະບົບການເມືອງທຸກຂັ້ນ, ຂອງປະຊາຄົມບັນດາເຜົ່າສ່ວນໜ້ອຍ, ຜູ້ມີອິດທິພົນຊື່ສຽງທີ່ດຳລົງຊີວິດລຽບຕາມເສັ້ນຊາຍແດນ ຫວຽດນາມ ແລະ ລາວ. ນີ້ກໍ່ແມ່ນໂອກາດເພື່ອສືບຕໍ່ເພີ່ມບຸນຄູນສ້າງນ້ຳໃຈມິດຕະພາບທີ່ເປັນມູນເຊື້ອອັນຍິ່ງໃຫຍ່ລະຫວ່າງສອງປະເທດບ້ານໃກ້ເຮືອນຄຽງ, ມຸ່ງໄປເຖິງບັນດາເປົ້າໝາຍລວມ ເຊິ່ງ 2 ພັກ, 2 ລັດວາງຍົກອອກ ໃນການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ຢູ່ເຂດຊົນເຜົ່າສ່ວນໜ້ອຍເຂດພູສູງ.

ຕອບກັບ

ຂ່າວ/ບົດ​ອື່ນ