ສືບຕໍ່ເພີ່ມຜົນສັກສິດ, ປະສິດທິຜົນຂອງ ວຽກງານປ້ອງກັນ, ຕ້ານການສໍ້ລາດບັງຫຼວງ

ສືບຕໍ່ເພີ່ມຜົນສັກສິດ, ປະສິດທິຜົນຂອງ ວຽກງານປ້ອງກັນ, ຕ້ານການສໍ້ລາດບັງຫຼວງ - ảnh 1
ຄະນະ​ຊີ້​ນຳ​ສູນ​ກາງ​ກ່ຽວ​ກັບ​ການ​​ປ້ອງ​ກັນ,
ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ ​​ດຳເນີນວາລະ​ປະຊຸມ​ທີ 5

(vovworld) - ວັນ​ທີ 9/7 ຢູ່​ຮ່າ​ໂນ້ຍ, ຄະນະ​ຊີ້​ນຳ​ສູນ​ກາງ​ກ່ຽວ​ກັບ​ການ​​ປ້ອງ​ກັນ, ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ ​ໄດ້​ຈັດ​ວາລະ​ປະຊຸມ​ທີ 5. ທ່ານ​​ເລ​ຂາ​ທິການ​ໃຫຍ່ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ ຫງວຽນ​ຟູ໋ຈ້ອງ, ຫົວໜ້າ​ຄະນະ​ຊີ້​ນຳ, ​ເປັນ​ເຈົ້າພາບ ​ແລະ ສະຫຼຸບ​ວາລະ​ປະຊຸມ. ​ໃນ​ນັ້ນ​ເນັ້ນໜັກ​ບົດບາດ​ໂດຍ​ກົງ, ສຳຄັນ ​ແລະ ຕັດສິນ​ຂອງ​ຄະນະ​ຊີ້​ນຳ​ສູນ​ກາງ​ໃນ​ການເພີ່ມ​ຜົນ​ສັກສິດ, ປະສິດທິ​ຜົນຂອງ​ວຽກ​ງານ​ປ້ອງ​ກັນ, ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ. ທ່ານ​​ເລ​ຂາ​ທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ ຊີ້​ແຈ້ງວ່າ, ​ໂດຍ​ເສີມ​ຂະຫຍາຍ​ບັນດາ​ໝາກຜົນ​ຂອງ​ປີ 2013, ​ໃນ​ 6 ​ເດືອນ​ຕົ້ນ​ປີ 2014, ວຽກ​ງານ​ປ້ອງ​ກັນ ​ແລະ ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ​ບັນລຸ​ໄດ້​ໝາກຜົນ​ພົ້ນ​ເດັ່ນ​ພໍ​ສົມຄວນ. ​ເມື່ອ​ເຕື້ອງ​ເຖິງ​ໜ້າ​ທີ່ 6 ​ເດືອນ​ທ້າຍ​ປີ 2014. ທ່ານ​​ເລ​ຂາ​ທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ ​ເນັ້ນ​ໜັກ​ວ່າ, ຄວນ​ສືບ​ຕໍ່​ກຳນົດ ​ແລະ ຊາບ​ຊືມກ່ຽວ​ກັບ​ວຽກ​ງານ​ປ້ອງ​ກັນ ​ແລະ ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ​ໃນ​ໄລຍະ​ຈະ​ມາ​ເຖິງ​ແມ່ນ​ຍັງ​ຄົງ​ລຳບາກ, ສັບສົນ ​ແລະ ຫຍຸ້ງຍາກ​ທີ່​ສຸດ, ຍັງ​ຄົງ​ມີ​ວຽກງານ​ຫຼາຍ​ຢ່າງ​ທີ່ຈຳ​ເປັນ​ຕ້ອງ​ເຮັດ.

“ພວກ​ເຮົາ​ຕ້ອງ​ກຳນົດ​ວຽກ​ງານ​ປ້ອງ​ກັນ ​ແລະ ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ ​ແມ່ນ​ວຽກ​ງານ​ເປັນ​ປະຈຳ, ສຳຄັນ​ທີ່​ສຸດ, ​ແຕ່​ກໍ່ຫຍຸ້ງຍາກ, ສັບສົນ, ດັ່ງ​ນັ້ນຕ້ອງ​​ເດັດ​ດ່ຽວ ​ແລະ ຍືດໝັ້ນ​​ໃນ​ການປະຕິບັດ. ມາ​ຮອດ​ປະຈຸ​ບັນ​ເຫັນ​ວ່າ​ຄວາມ​ຮັບຜິດຊອບ​ຂອງ​ພວກ​ເຮົາ​ໃນ​ວຽກ​ງານ​ນີ້​ແມ່ນ​ໃຫຍ່​ຫຼວງ​ທີ່ສຸດ. ​​ເຖິງ​ວ່າ​ບັນຫາ ປ້ອງ​ກັນ ​ແລະ ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ ​ແມ່ນ​ຄວາມ​ຮັບຜິດຊອບ​ຂອງ​ທົ່ວ​ພັກ, ທົ່ວ​ປວງ​ຊົນ, ທົ່ວ​ລະບົບ​ການ​ເມືອງ, ​ແຕ່ ຄະນະ​ຊີ້​ນຳ​ສູນ​ກາງ​ກ່ຽວ​ກັບ​ການ​​ປ້ອງ​ກັນ, ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງພວກ​ເຮົາ​ຕ້ອງ​ມີ​ຄວາມ​ຮັບຜິດຊອບ​ໂດຍກົງ“.

ທ່ານ​​ເລ​ຂາ​ທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ ສະ​ເໜີ​ໃຫ້ຄະນະ​ຊີ້​ນຳ​ສູນ​ກາງ​ກ່ຽວ​ກັບ​ການ​​ປ້ອງ​ກັນ, ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງສືບ​ຕໍ່​ເອົາ​ໃຈ​ໃສ່, ​ເພີ່ມ​ທະວີ​ວຽກ​ງານ​ສ້າງ​ລະບຽບ​ກົດໝາຍ, ​ແກ້​ໄຂ​ບັນດາ​ຊ່ອງ​ຫວ່າງ​ໃນ​ກົດໝາຍ; ສືບ​ຕໍ່​ປ່ຽນ​ໃໝ່​ວິທີ​ການ​ເຄື່ອນ​ໄຫວ ​ເພື່ອ​ເພີ່ມ​ທະວີ​ການ​ສົມທົບ, ຮັບປະກັນ​ລັກສະນະ​ແທດ​ຈິງ, ມີປະສິດທິ​ຜົນ​ຕາມ​ກົນ​ໄກ​ທີ່​ໄດ້​ກຳນົດ.

ຂ່າວ/ບົດ​ອື່ນ