ສືບຕໍ່ເພີ່ມພູນຄູນສ້າງສາຍພົວພັນທີ່ເປັນມູນເຊື້ອ ຫວຽດນາມ - ສເກົາຫລີ

 ສືບຕໍ່ເພີ່ມພູນຄູນສ້າງສາຍພົວພັນທີ່ເປັນມູນເຊື້ອ ຫວຽດນາມ - ສເກົາຫລີ - ảnh 1
ທ່ານ​ປະທານ​ປະ​ເທດ ຫວຽດນາມ Truong Tan Sang ຕ້ອນຮັບ​ຄະນະ​ຜູ້​ແທນ​ສະມາ​ຄົມ​ມິດຕະພາບ ສ​ເກົາຫລີ - ຫວຽດນາມ


(vovworld) -  ຕອນ​ບ່າຍ​ວັນ​ທີ 13/11, ຢູ່​ທຳນຽບປະທານ​ປະ​ເທດ, ທ່ານ​ປະທານ​ປະ​ເທດ ຫວຽດນາມ Truong Tan Sang ​ໄດ້​ໃຫ​້ການ​ຕ້ອນຮັບ​ຄະນະ​ຜູ້​ແທນ​ສະມາ​ຄົມ​ມິດຕະພາບ ສ​ເກົາຫລີ - ຫວຽດນາມ ​ໂດຍ​ທ່ານ​ Choi Young Joo ປະທານສະມາຄົມ​ນ​ຳຫນ້າ ພວມ​ຢ້ຽມຢາມ ຫວຽດນາມ. ທ່ານ​ປະທານ​ປະ​ເທດ ຫວຽດນາມ Truong Tan Sang ​ໄດ້​ຕີ​ລາຄາ​ສູງ​ຄວາມ​ໝາຍ​ການ​ຢ້ຽມຢາມ​ຂອງ​ຄະນະ​ແມ່ນ​ກົງ​ກັບ​ໂອກາດ​ສອງ​ປະ​ເທດ​ພວມ​ຈັດ​ຕັ້ງ​ການ​ເຄື່ອນ​ໄຫວ​ລະນຶກ 20 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ສາຍ​ພົ​ວພັນ​ທາງ​ການ​ທູດ. ທ່ານ​ປະທານ​ປະ​ເທດ Truong Tan Sang ​ເນັ້ນ​ຫນັກ​ວ່າ: ສ​ເກົາຫລີ ​ແມ່ນ​ນັກ​ລົງທຶນ​ຊັ້ນ​ນຳ​ຂອງ ຫວຽດນາມ ​ແລະ ສອງ​ປະ​ເທດ​ພວມ​ເຈລະຈາ​ເພື່ອ​ປະຕິບັດ​ສັນຍາ​ການ​ຄ້າ​ເສລີ FTA ​ໂດຍ​ໄວ.  ທ່ານ​ປະທານ​ປະ​ເທດ​ Truong Tan Sang ຢືນຢັນວ່າ: ບັນດາ​ຜົນງານ​ອັນ​ໃຫຍ່​ຫລວງ​ ກ່ຽວ​ກັບ​ການ​ທູດ, ​ເສດຖະກິດ ສັງຄົມ ຂອງ​ຫວຽດນາມ ​ໄດ້​ມີ​ການ​ປະກອບສ່ວນ​ບໍ່​ຫນ້ອຍ​ຂອງ​ສະມາຄົມ​ມິດຕະພາບ ສ​ເກົາຫລີ - ຫວຽດນາມ ​ໃນ​ໄລຍະ​ຜ່ານ​ມາ. ທ່ານ​ປະທານ​ປ​ະ​ເທດ ຫວຽດນາມ ສະ​ເຫ​ນີ ສະມາຄົມ​ມິດຕະພາບ ສ​ເກົາຫລີ - ຫວຽດນາມ ສືບ​ຕໍ່​ເສີມ​ຂະຫຍາຍ​ບົດ​ບາດ​ໃນ​ການ​ເພີ່ມ​ທະວີ​ການ​ພົວພັນ​ມິດຕະພາບ​ລະຫວ່າງ​ສອງ​ປະ​ເທດ.

ທ່ານ​ Choi Young Joo ປະທານ​ສະມາ​ຄົມ​ມິດຕະພາບ ສ​ເກົາຫລີ -  ຫວຽດນາມ ​ໃຫ້​ຮູ້​ວ່າ:ຈະ​ເຮັດ​ຈົນ​ສຸດ​ຄວາມ​ສາມາດ​ຂອງ​ຕົນ​​ໃນ​ກິດ​ຈະ​ການ​ໂຄສະນາ​ພາບ​ພົດ ​ແລະ ຊາວ​ຫວຽດນາມ, ​ຈະ​ເປັນ​ຂົວ​ເຊື່ອມ​ຕໍ່​ຊ່ວຍ​ບັນດາ​ວິ​ສາ​ຫະກິດ ສ​ເກົາຫລີ ລົງທຶນ​ເຂົ້າ​ຫວຽດນາມ ຫລາຍ​ກວ່າ ປະກອບສ່ວນ​ນຳ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ລະຫວ່າງ​ສອງ​ປະ​ເທດ​ຢ່າງ​ແທດ​ຈິງ ​ແລະ ມີ​ປະສິດທິ​ຜົນ.

 

ຂ່າວ/ບົດ​ອື່ນ