ສື​ບ​ຕໍ່ເສີມ​ຂະ​ຫຍາຍ​ກົນ​ໄກ​​ກຳ​ມາ​ທິ​ການ​ຮ່ວມ​ມື​ລະ​ຫວ່າງ​ລັດ​ຖະ​ສະ​ພາ ຫວຽດ​ນາມ ແລະ ສະ​ຫະ​ພັນ ລັດ​ເຊຍ

(VOVWORLD) -ໂດຍໄດ້ຮັບຄຳເຊື້ອເຊີນຂອງທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ, ວັນທີ 15 ຕຸລາ, ທ່ານປະທານສະພາຕ່ຳ, ສະພາແຫ່ງຊາດ ສະຫະພັນ ລັດເຊຍ, Vyacheslav Victorovich Volodin, ໄດ້ໄປຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການແຕ່ວັນທີ 15 – 16 ຕຸລາ. 
ສື​ບ​ຕໍ່ເສີມ​ຂະ​ຫຍາຍ​ກົນ​ໄກ​​ກຳ​ມາ​ທິ​ການ​ຮ່ວມ​ມື​ລະ​ຫວ່າງ​ລັດ​ຖະ​ສະ​ພາ ຫວຽດ​ນາມ ແລະ ສະ​ຫະ​ພັນ ລັດ​ເຊຍ - ảnh 1 ທ່ານປະທານສະພາຕ່ຳ, ສະພາແຫ່ງຊາດ ສະຫະພັນ ລັດເຊຍ, Vyacheslav Victorovich Volodin (ພາບ: qdnd.vn)

ຕອບສຳພາດຕໍ່ນັກຂ່າວໃນໂອກາດນີ້, ທ່ານຮອງປະທານກຳມາທິການພົວພັນຕ່າງປະເທດຂອງສະພາແຫ່ງຊາດ ຫວຽດນາມ ຫງວຽນແມັ້ງຕຽນ ໃຫ້ຮູ້ວ່າ ການຢ້ຽມຢາມຈະປະກອບສ່ວນປັບປຸງ, ຊຸກຍູ້ການພົວພັນຮ່ວມມືລະຫວ່າງສະພາແຫ່ງຊາດ ຫວຽດນາມ ແລະ ສະພາຕ່ຳ, ສະພາແຫ່ງຊາດ ສະຫະພັນ ລັດເຊຍ ເວົ້າສະເພາະ ໃຫ້ຫຼາຍກ່ວາອີກ, ປັບປຸງຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ ແລະ ຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ລະຫວ່າງສອງປະເທດເວົ້າລວມ, ສະແດງໃຫ້ເຫັນການຖືເປັນສຳຄັນ ຂອງການນຳສະຫະພັນລັດເຊຍ ຕໍ່ ຫວຽດນາມ ແລະ ແມ່ນຈຸດພິເສດສຳຄັນ ໃນການພົວພັນຄູ່ຮ່ວມມືຍຸດທະສາດ ຢ່າງຮອບດ້ານລະຫວ່າງ ຫວຽດນາມ ແລະ ສະຫະພັນ ລັດເຊຍ. ຄາດວ່າ, ສອງຝ່າຍຈະພ້ອມກັນສະຫລຸບ ການປະຕິບັດຂໍ້ຕົກລົງລະຫວ່າງສອງປະເທດ, ພ້ອມທັງພິຈາລະນາບັນດາບັນຫາຕ້ອງໄດ້ຮັບການປັບປຸງ, ເພີ່ມເຕີມເພື່ອໃຫ້ການພົວພັນຮ່ວມມືລະຫວ່າງສອງປະເທດບັນລຸໄດ້ໝາກຜົນສູງທີ່ສຸດ.

ຕອບກັບ

ຂ່າວ/ບົດ​ອື່ນ