ສືບ​ຕໍ່​ແກ້​ໄຂຄວາມ​ເສຍ​ຫາຍ​ຈາກ​ ພາ​ຍຸ, ນ້ຳ​ຖ້ວມ​ຢູ່​ບັນ​ດາ​ແຂວງ​​ເຂດ​ພາກ​ກາງ

(VOVWORLD) - ຕາມການລາຍງານຂອງ ຫ້ອງການປະຈຳຄະນະຊີ້ນຳສູນກາງກ່ຽວກັບການປ້ອງກັນ, ຕ້ານ ໄພທຳມະຊາດ, ໄລ່ຮອດເວລາ 7 ໂມງເຊົ້າ (ຂອງວັນທີ 31 ຕຸລາ) ພາຍຸ Molave ແລະ ຝົນຕົກ, ນ້ຳຖ້ວມໄດ້ເຮັດໃຫ້ມີຜູ້ເສຍຊີວິດ 27 ຄົນ ແລະ 50 ຄົນຫາຍສາບສູນ.

ສືບ​ຕໍ່​ແກ້​ໄຂຄວາມ​ເສຍ​ຫາຍ​ຈາກ​ ພາ​ຍຸ, ນ້ຳ​ຖ້ວມ​ຢູ່​ບັນ​ດາ​ແຂວງ​​ເຂດ​ພາກ​ກາງ - ảnh 1

ທ່ານຫວູເທ໊ກິ໋ ຜູ້ອຳນວຍການໃຫຍ່ວິທະຍຸກະຈາຍສຽງຫວຽດນາມເຂົ້າຮ່ວມລາຍການສະແດງສິລະປະກຸສົນ “ມຸ່ງໄປເຖິງພາກກາງ”

ສະເພາະແຂວງກ໋ວາງນາມ ມີຈຳນວນຜູ້ເສຍຊີວິດ ແລະ ຫາຍສາບສູນຫຼາຍກ່ວາໝູ່ ໃນບັນດາທ້ອງຖິ່ນຕ່າງ. ຝົນຕົກນ້ຳຖ້ວມໄດ້ເຮັດໃຫ້ປະຊາຊົນປະມານ 3000 ຄອບຄົວຢູ່ ຕາແສງ ເຝືອກລົກ ແລະ ເຝືອກແທັງ ແຂວງກ໋ວາງນາມຖືກຕັດຂາດຈາກສັງຄົມ ມາແຕ່ວັນທີ 28 ຕຸລາ ຈົນມາຮອດປັດຈຸບັນ.

ຕໍ່ໜ້າສະພາບການດັ່ງກ່າວ, ວຽກງານກູ້ໄພພວມໄດ້ຕັ້ງໜ້າຜັນຂະຫຍາຍຢູ່ແຂວງ ກ໋ວາງນາມ. ຕອນເຊົ້າ ວັນທີ 31 ຕຸລາ, ຢູ່ກອງບັນຊາການແນວໜ້າຢູ່ເມືອງ ບັກຈ່າມີ (ແຂວງກ໋ວາງນາມ), ທ່ານພົນຕີ ທ໊າຍດ້າງງອກ, ຜູ້ບັນຊາການທະຫານເຂດ 5 ໄດ້ຊີ້ນຳເພີ່ມທະວີກຳລັງຍູ້ໄວຄວາມຄືບໜ້າໃນການຊອກຫາຜູ້ຫາຍສາບສູນ ພ້ອມທັງຮັບປະກັນຄວາມປອດໄພຢ່າງເດັດຂາດໃຫ້ແກ່ກຳລັງເຂົ້າຮ່ວມການຊອກຫາ.

ໃນຄວາມມານະພະຍາຍາມຊ່ວຍເຫຼືອພໍ່ແມ່ປະຊາຊົນຢູ່ບັນດາແຂວງພາກກາງທີ່ຖືກຜົນສະທ້ອນຈາກໄພທຳມະຊາດ, ຕອນຄ່ຳວັນທີ 30 ຕຸລາ, ຢູ່ໂຮງລະຄອນວິທະຍຸກະຈາຍສຽງຫວຽດນາມ ຮ່າໂນ້ຍ, ວິທະຍຸກະຈາຍສຽງ ຫວຽດນາມ ໄດ້ຈັດຕັ້ງລາຍການສະແດງສິລະປະກຸສົນ “ມຸ່ງໄປເຖິງພາກກາງ”. ລາຍການໄດ້ຮັບການບໍລິຈາກເງິນເກືອບ 13 ຕື້ ດົ່ງ (ປະມານ 560.000 USD) ຈາກຜູ້ມີໃຈບຸນໃຈກຸສົນ.

ຕອບກັບ

ຂ່າວ/ບົດ​ອື່ນ