ສືບ​ທ​ອດ ແລະ ພັດ​ທະ​ນາ 3 ຂອດ​ບຸກ​ທະ​ລຸ

(VOVWORLD) -ທີ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13 ຂອງພັກກອມມູນິດ ຫວຽດນາມ, ບັນດາຜູ້ແທນຖືວ່າ ຮ່າງເອກະສານໄດ້ກຳນົດວ່າ ທັງສືບທອດທັງພັດທະນາ, ປັບປຸງ ແລະ ຫັນຈຸດໃໝ່ເປັນລະອຽດ, ໄປທັນກັບຍຸກສະໄໝ.

ຕາມຜູ້ແທນຫຼາຍທ່ານແລ້ວ, 3 ຂອດບຸກທະລຸ ເຊິ່ງ ພັກກອມມູນິດ ຫວຽດນາມ ໄດ້ຍົກອອກໃນກອງປະຊຸມໃຫຍ່ຄັ້ງທີ 13 ນີ້ ມີຈຸດໃໝ່ລະອຽດຫຼາຍຢ່າງ ແລະ ອັດເດດໄດ້ສະພາບການຜັນແປໃໝ່ຂອງຍຸກສະໄໝ, ເປັນຕົ້ນແມ່ນຂອດບຸກທະລຸຍຸດທະສາດກ່ຽວກັບການສ້າງລະບົບໂຄງປະກອບພື້ນຖານໂຄງລ່າງ, ຮ່າງເອກະສານຄັ້ງນີ້ໄດ້ຊີ້ແຈ້ງວ່າ ຕ້ອງພັດທະນາຢ່າງຄົບຊຸດ, ທັນສະໄໝ ນັບທັງດ້ານເສດຖະກິດ ແລະ ສັງຄົມ, ກ່ຽວກັບສະພາບແວດລ້ອມ ແລະ ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ບຸລິມະສິດພັດທະນາບາງກິດຈະກຳຈຸດສຸມຂອງຊາດ ກ່ຽວກັບການຄົມມະນາຄົມ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ; ເອົາໃຈໃສ່ເປັນພິເສດເຖິງການພັດທະນາໂຄງລ່າງສື່ສານ, ໂທລະຄົມມະນາຄົມ, ສ້າງພື້ນຖານແກ່ການຫັນເປັນດີຈີຕອນແຫ່ງຊາດ, ພັດທະນາເສດຖະກິດດີຈີຕອນ ແລະ ສັງຄົມດີຈີຕອນເທື່ອລະກ້າວ. ທ່ານນາງ ເລແອັງເຢືອງ, ປະທານຄະນະກຳມະການປະຊາຊົນແຂວງ ບັກຢາງ ມີຄຳເຫັນວ່າ:

        “ສຳຄັນແມ່ນບຸກທະລຸດ້ານລະບອບລະບຽບການ. ຕ້ອງມີລະບອບລະບຽບການ, ສ້າງກອບນິຕິກຳຢ່າງແຂງແຮງ ແລະ ອຳນວຍຄວາມສະດວກ ຈຶ່ງປຸກລຸກໄດ້ທຸກແຫຼ່ງກຳລັງເພື່ອພັດທະນາ”.

ສືບ​ທ​ອດ ແລະ ພັດ​ທະ​ນາ 3 ຂອດ​ບຸກ​ທະ​ລຸ - ảnh 1ທ່ານ ຫງວຽນເຕິ໊ນຕວນ, ປະທານຄະນະກຳມະການປະຊາຊົນແຂວງ ແຄ໊ງຮວ່າ (ພາບ: laodong.vn)

ສ່ວນທ່ານ ຫງວຽນເຕິ໊ນຕວນ, ປະທານຄະນະກຳມະການປະຊາຊົນແຂວງ ແຄ໊ງຮວ່າ, ເຊິ່ງແມ່ນແຂວງນອນໃນເຂດເສດຖະກິດຈຸດສຸມທາງພາກກາງ ແລະ ເຂດເຕິຍງວຽນ ສະນັ້ນ ທ່ານມີຄວາມສົນໃຈທີ່ສຸດຕໍ່ຂອດບຸກທະລຸດ້ານພັດທະນາແຫຼ່ງຊັບພະຍາກອນມະນຸດ. ທ່ານກ່າວວ່າ:

        “ໃນ 3 ຂອດບຸກທະລຸ ແມ່ນ ລະບອບລະບຽບການ, ຊັບພະຍາກອນມະນຸດ ແລະ ພື້ນຖານໂຄງລ່າງນັ້ນ ແຂວງແຄ໊ງຮວ່າ ພວກຂ້າພະເຈົ້າ ຈະເອົາໃຈໃສ່ປະຕິບັດຂອບບຸກທະລຸບຳລຸງສ້າງຊັບພະຍາກອນມະນຸດມີຄຸນນະພາບສູງເພື່ອຮັບໃຊ້ໃຫ້ແກ່ພື້ນຖານອຸດສາຫະກຳ ແລະ ການບໍລິການທີ່ມີຄຸນນະພາບຢ່າງແທ້ຈິງ.

ຕອບກັບ

ຂ່າວ/ບົດ​ອື່ນ