ສືບປັບປຸງລະບອບ, ນະໂຍບາຍພິເສດສຳລັບຜູ້ມີຄຸນງານຄວາມດີຕໍ່ການປະຕິວັດ

ສືບປັບປຸງລະບອບ, ນະໂຍບາຍພິເສດສຳລັບຜູ້ມີຄຸນງານຄວາມດີຕໍ່ການປະຕິວັດ - ảnh 1
(ສືບ​ປັບປຸງ​ລະບອບ, ນະ​ໂຍບາຍ​ພິ​ເສດ​
ສຳລັບ​ຜູ້​ມີ​ຄຸນ​ງານ​ຄວາມ​ດີ​ຕໍ່​ການ​ປະຕິວັດ)


(vovworld) – ວັນ​ທີ 18/08, ຢູ່​ຮ່າ​ໂນ້ຍ, ກຳມາ​ທິການ​ບັນດາ​ບັນຫາ​ສັງຄົມ​ຂອງ​ສະພ​າ​ແຫ່ງ​ຊາດ ​​ໄດ້​ຈັດ​ວາລະ​ປະຊຸມ​ຮັບ​ຟັງ​ລັດຖະມົນຕີ​ກະຊວງ​ແຮງ​ງານ, ທະຫານ​ເສຍ​ອົງຄະ ​ແລ​ະ ສັງຄົມ ທີ່​ຮັບ​ມອບໝາຍ​ໜ້າ​ທີ່ຈາກ​ນາຍົກລັດຖະມົນຕີ ລາຍ​ງານ​ກ່ຽວກັບ​ໝາກຜົນ​​ແຫ່ງການ​ປະຕິບັດ​ມະຕິ​ຂອງ​ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ​ຊຸດ​ທີ 13 ກ່ຽວກັບ​ໝາກຜົນ​ແຫ່ງ​ການ​ຕິດຕາມ​ກວດກາ​ການ​ປະຕິບັດ​ນະ​ໂຍບາຍ, ກົດໝາຍສຳລັບ​ຜູ້​ມີ​ຄຸນງາມຄວາມດີ​ຕໍ່​ການ​ປະຕິວັດ ​ແລະ ລັດຖະບັນຍັດ 2 ສະບັບ​ກ່ຽວ​ກັບ​ນະ​ໂຍບາຍ​ພິ​ເສດ​ສຳລັບ​ຕໍ່ຜູ້​ມີ​ຄຸນງາມຄວາມດີ​ຕໍ່ການ​ປະຕິວັດ. ຕາມ​ບົດ​ລາຍ​ງານ​ຂອງ​ລັດຖະບານ, ບັນດາ​ນະ​ໂຍບາຍ​ພິ​ເສດ​ສຳລັບ​ຜູ້​ມີ​ຄຸນງາມຄວາມດີ​ ໄດ້​ສຳ​ເລັດ​ພໍ​ສົມຄວນເທື່ອ​ລະ​ກ້າວ. ​ແຕ່​ວ່າ, ຍ້ອນ​ສົງຄາມ​ແກ່​ຍາວ, ຍັງ​ມີ​ບາງ​ກໍລະນີ​ບໍ່​ທັນ​ໄດ້​ຮັບ​ການ​ຮັບຮອງ ​ແລະ ​ຊົມ​ໃຊ້​ຕາມ​ລະບອບ. ​ຜູ້​ມີ​ຄຸ​ນງາມ​ຄວາມ​ດີ​ຕໍ່​ການ​ປະຕິວັດ ​ແລະ ຄອບຄົວ​ຍັງ​ປະສົມ​ກັບ​ຄວາມ​ຫຍຸ້ງຍາກ​ໃນ​ຊີ​ວິດຍັງ​ມີ​ປະມານ 4%. ທ່ານ​ນາງ ​ເຈືອງ​ທິມາຍ, ຫົວໜ້າ​ກຳມາ​ທິການ​ບັນດາ​ບັນຫາ​ສັງຄົມ​ຂອງ​ສະພາ​ແຫ່ງ​ຊາດ ປະກອບ​ຄຳ​ເຫັນ​ວ່າ.

        “ຂ້າພະ​ເຈົ້າ​ສະ​ເໜີຕ້ອງສຸມ​ໃສ່​ການ​ກວດກາ​ລະບຽບ​ການ​. ​ເຮັດ​ແນວ​ໃດ​​ເພື່ອໃຫ້​ຜູ້ມີ​ຄຸນງາ​ມຄວາມ​ດີ​ຮູ້ສຶກວ່າ ນີ້​ແມ່ນ​ນະ​ໂຍບາຍ​ພິ​ເສດ. ຂ້າພະ​ເຈົ້າ​ຢາກ​ໃຫ້​ບັນດາ​ກະຊວງ ​​ເຮັດ​ຄື​ແນວ​ໃດ​ໃຫ້ລະບຽບ​ການກະທັດ​ລັດ​. ຂ້າພະ​ເຈົ້າ​ກໍ່ສະເໜີ​ໃຫ້​ກະຊວງ​ແຮງ​ງານ, ທະຫານ​ເສຍ​ອົງຄະ ​ແລະ ສັງຄົມພາຍຫຼັງ​ມີ​ໝາກຜົນ​​ກວດກາ​ນຄັ້ງ​ໃຫຍ່ ສືບ​ຕໍ່​ແກ້​ໄຂ​ໃຫ້​ເໝາະ​ສົມ”.

        ມາ​ຮອດ​ປະຈຸ​ບັນ, ຜູ້​ມີ​ຄຸນງາມຄວາມດີ​​ໃນທົ່ວ​ປະ​ເທດມີກວ່າ 8,8 ລ້ານ​ຄົນ, ກວມ​ເອົາ 10% ຈຳນວນ​ພົນລະ​ເມືອງ. ສ່ວນ​ຫຼາຍ​ເຂົ້າ​ເຈົ້າ​​ໄດ້​ຮັບ​ການ​ຮັບຮອງ ​ແລະ ​ຊົມ​ໃຊ້ລະບອບ​ແລ້ວ.

ຂ່າວ/ບົດ​ອື່ນ