ສັບປະດາ “ສິ່ງແວດລ້ອມ-ວັດທະນະທຳ-ການທ່ອງທ່ຽວປີ 2012“ ແຂວງຕຽນຢາງ

ສັບປະດາ “ສິ່ງແວດລ້ອມ-ວັດທະນະທຳ-ການທ່ອງທ່ຽວປີ 2012“ ແຂວງຕຽນຢາງ - ảnh 1
(ພາບ:donghuongtiengiang.net)

( vovworld ) – ສັບປະດາ “ສິ່ງ​ແວດ​ລ້ອມ-​ວັດທະນະທຳ-​ການທ່ອງທ່ຽວ​ປີ 2012“ ຊື່​ງດຳ​ເນີນ​ໄປ​ແຕ່​ວັນ​ທີ 14-19/5 ດ້ວຍ​ບັນດາ​ການ​ເຄື່ອນ​ໄຫວ​ວັດທະນະທຳ​ພິ​ເສດສະ​ເພາະ ​ເພື່ອ​ແນ​ໃສ່​ແນະນຳ​ຄວາມ​ສາມາດ​ບົ່ມ​ຊ້ອນ​ດ້ານ​ການທ່ອງທ່ຽວ, ທີ່​ດິນ ​ແລະ ຊາວ​ຕຽນ​ຢາງ. ຫົວ​ຂໍ້​ໃນ​ສັບປະດາ​ນີ້​ແມ່ນ: “ການ​ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ​ວັດທະນະທຳ-ການທ່ອງທ່ຽວ ​ແລະ ຄວາມ​ປອດ​ໄພ​ທາງ​ຄົມມະນາຄົມ​​ໃນການທ່ອງທ່ຽວ​ທາງນ້ຳ ​ເພື່ອ​ພັດທະນາ​ການທ່ອງທ່ຽວ​ແບບ​ຍືນ​ຍົງ“ ຊື່​ງຈຸດ​ສຸມ​ແມ່ນ​ງານ​ຊຸມນຸມ​ມິດ​ຕິງ ປຸກລະດົມ​ສັບປະດາ “ສິ່ງ​ແວດ​ລ້ອມ-​ວັດທະນະທຳ-​ການທ່ອງທ່ຽວ​ປີ 2012“ ​ໂດຍ​ກະຊວງ​ວັດທະນະທຳ-​ກິລາ ​ແລະ ການທ່ອງທ່ຽວ ສົມທົບ​ກັບ​ແຂວງ ຈັດ​ຂຶ້ນ​ໃນ​ວັນ​ທີ 18/5 ທີ່​ນະຄອນ​ໝີ໋ທໍ. ສີ້​ນສຸດ​ງານ​ຊຸມນຸມ​ມິດ​ຕິງ, ຈະ​ຈັດການ​ເດີນຂະ​ບວນ​ເຮືອ​ທ່ອງ​ທ່ຽວ​ໃນ​ແມ່ນ້ຳຕຽນ.

ຂ່າວ/ບົດ​ອື່ນ