ສັບປະດາ ຫວຽດນາມ ຢູ່ ສເກົາຫລີ 2012

ສັບປະດາ ຫວຽດນາມ ຢູ່ ສເກົາຫລີ 2012 - ảnh 1
ທ່ານຟ້າ​ມບີ່​ງມີ​ງລັດຖະມົນຕີ
​ການ​ຕ່າງປະ​ເທດ ຫວຽດນາມ
ພາບ:internet


(vovworld) - ​ໃນ​ຂອບ​ເຂດ​ການ​ຢ້ຽມຢາມ ສ​ເກົາຫລີ ຢ່າງ​ເປັນ​ທາງ​ການ​ຂອງ​ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ ຫວຽດນາມ ຟ້າ​ມບີ່​ງມີ​ງ (Phạm Bình Minh) ເນື່ອງ​ໃນ​ໂອກາດ​ສະ​ເຫລີ​ມສະຫລອງ 20 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ສາຍ​ພົວພັນ​ທາງ​ການ​ທູດ ລະຫວ່າງ​ສອງ​ປະ​ເທດ ​ແລະ ປີ​ມິດຕະພາບ ຫວຽດນາມ - ສ​ເກົາຫລີ, ສັບປະດາ​ຫວຽດນາມ ຢູ່ ສ​ເກົາຫລີ 2012 ​ໄດ້​ຮັບ​ການຈັດ​ຕັ້ງ​ຂຶ້ນ​ຢູ່ ນະຄອນຫລວງ ​ເຊີ​ອູ​ນ ​ແຕ່​ວັນ​ທີ 5 -9/12 ດ້ວຍ​ການ​ເຄື່ອນ​ໄຫວອຸດົມສົມບູນ​ຫລາຍ​ຢ່າງ. ຕອນ​ບ່າຍ​ວັນ​ທີ 6/12, ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ ຫວຽດນາມ ຟ້າ​ມບີ່​ງມີ​ງ ​ໄດ້​ເຂົ້າ​ຮ່ວມ​ພິທີ​ເປີດ​ສະຫລອງ ​ແລະ ​ເຂົ້າ​ຮ່ວມ​ງານ​ວາງສະ​ແດງ​ຮູບ​ພາບ “ ຫວຽດນາມ - 4 ລະດູ”. ງານ​ວາງສະ​ແດງ​ໄດ້​​ແນະ​ນຳ​ໃຫ້​ຜູ້​ຊົມ​ມີ​ຄວາມ​ເຂົ້າ​ໃຈ​ກ່ຽວ​ກັບ​ທິວ​ທັດ​ທຳ​ມະ​ຊາດ ​ໃນ 4 ລະດູ ຢູ່ ຫວຽດນາມ ​ແລະ ປະຊາຊົນ ຫວຽດນາມ ຜູ້​ສະໜິດ​ສະຫນົມ ​ແລະ ຮັກ​ແພງ​ແຂກ.

ຕອນ​ຄຳ່​ວັນ​ທີ 7/12, ສະຖານທູດ ຫວຽດນາມ ປະຈຳ ສ​ເກົາຫລີ ​ໄດ້​ຈັດພິທີ​ສະ​ເຫລີ​ມສະຫລອງ​ເຫດການ​ດັ່ງກ່າວ ​ໂດຍ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ຜູ້​ແທນ​ເກືອບ 400 ທ່ານ ຊຶ່ງ​ແມ່ນເຈົ້າ​ຫນ້າ​ທີ່​ລັດຖະບານ ​ແລະ ຜູ້ຕາງຫນ້າ​ບັນດາ​ອົງການ​ຈັດ​ຕັ້ງ​ມິດຕະພາບ ​ແລະ ຊາວ​ຫວຽດນາມ ອາ​ໄສ​ຢູ່ ສ​ເກົາຫລີ . ນາຍົກລັດຖະມົນຕີ ສ​ເກົາຫລີ Kim Hoang Sic ກໍ​ໄດ້​ເຂົ້າ​ຮ່ວມ​ ​ແລະ ກ່າວ​ຄຳ​ເຫັນ​ນະພິທີ​ດັ່ງ​ກ່າວ.

 

ຂ່າວ/ບົດ​ອື່ນ