ສັບປະດາຂັ້ນສູງ APEC 2017 ໄດ້ຮັບການກະກຽມເປັນຢ່າງດີ

(VOVWORLD) - ຕອນເຊົ້າວັນທີ 20 ກັນຍາ, ທີ່ສຳນັກງານລັດຖະບານ ຫວຽດນາມ, ທ່ານ ຟ້າມບີງມິງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ, ປະທານຄະນະກຳມະການແຫ່ງຊາດ APEC 2017 
ສັບປະດາຂັ້ນສູງ APEC 2017 ໄດ້ຮັບການກະກຽມເປັນຢ່າງດີ - ảnh 1 ກອງປະຊຸມຄັ້ງທີ 9 ຂອງຄະນະກຳມະການແຫ່ງຊາດ APEC 2017

ເປັນປະທານກອງປະຊຸມຄັ້ງທີ 9 ຂອງຄະນະກຳມະການແຫ່ງຊາດ APEC 2017 ເພື່ອແນໃສ່ຕີລາຄາວຽກງານໃນໄລຍະຜ່ານມາ ແລະ ວຽກງານກະກຽມໃຫ້ສັບປະດາຂັ້ນສູງ APEC 2017. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ ຟ້າມບີງມິງ ໃຫ້ຮູ້ວ່າ:

        “ພວກເຮົາໄດ້ສຳເລັດ ¾ ວຽກງານຂອງ APEC 2017, ມີ 6 ກອງປະຊຸມຂັ້ນລັດຖະມົນຕີ, 3 ກອງປະຊຸມ SOM. ມາຮອດປະຈຸບັນ ກ່ຽວກັບເນື້ອໃນເອກະສານ ອາດເວົ້າໄດ້ວ່າ ບັນດາກອງປະຊຸມໄດ້ຈັດຕັ້ງໃນ 9 ເດືອນຜ່ານມາ ສາມາດບັນລຸໄດ້ຈຳນວນບັນດາເອກະສານກອງປະຊຸມຂັ້ນລັດຖະມົນຕີຮັບຮອງເອົາ. ກອງປະຊຸມ SOM ກໍ່ໄດ້ສະເໜີບັນດາບັນຫາເພື່ອປຶກສາຫາລື, ເປັນປະຖົມປັດໃຈສຳຄັນໃຫ້ກອງປະຊຸມຂັ້ນສູງໃນເດືອນ ພະຈິກ ຈະມາເຖິງຢູ່ ດາໜັງ.

ຕອບກັບ

ຂ່າວ/ບົດ​ອື່ນ