ສັບປະດາງານວາງສະແດງຮູບພາບກ່ຽວກັບຫວຽດນາມຢູ່Cairo,ປະເທດເອຢິບ

ສັບປະດາງານວາງສະແດງຮູບພາບກ່ຽວກັບຫວຽດນາມຢູ່Cairo,ປະເທດເອຢິບ - ảnh 1
 ( ງານວາງສະແດງຮູບພາບກ່ຽວກັບຫວຽດນາມ )

(vovworld) – ຕອນ​ຄ່ຳ​ວັນ​ທີ 27 ມີ​ນາ, ​​ສະ​​ຖານທູດຫວຽດ​ນາມ ສົມ​ທັບ​ກັບ​ກະ​ຊວງວັດ​ທະ​ນະ​ທຳເອ​​ຢິບ ຈັດ​​ຕັ້ງ “ສັບ​ປະ​ດາ​ ​ວາງ​ສະ​ແດງຮູບ​ພາບ ກ່ຽວ​ກັບ​ຫວຽດ​ນາມ” ຢູ່​ນະ​ຄອນຫຼວງ Cairo ປະ​ເທດ ເອ​​ຢິບ. ເຂົ້າ​ຮ່ວມ​ງານ​ວາງ​ສະ​ແດງ​ມີ ​ທ່ານ Camelia Sobhi, ລັດ​ຖະ​ມົນ​ຕີ​​ຊ່ວຍວ່າ​ການ​ກະ​ຊວງວັດ​ທະ​ນະ​ທຳ​ເອ​​ຢິບ, ພ້ອມ​ດ້ວຍ​​ແຂກ​ຖືກ​ເຊີນ ເຊິ່ງ​ເປັນເປັນ​ຜູ້​ຕາງ​ໜ້າ​ຄະ​ນະ​ທຸ​ຕາ​ນຸທູດ​ບັນ​ດາ​ປະ​ເທດ​ຕ່າງໆ, ​ວົງ​ການນັກ​ສິ​ລະ​ປິນ, ​ນັກ​ຂ່າວ, ​ເພື່ອນ​​ມິດ​ສາກົນ ປະ​ຈຳຢູ່ Cairo.

        ທີ່​ງານ​ວາງ​ສະ​ແດງ, ບັນ​ດາ​ຜູ້​ແທນ, ແຂກ​ຖືກ​ເຊີນ ໄດ້​​ຮັບ​​ຊົມ​​ຮູບ​ພາບ ກ່ຽວກ​ັບ​ວັດ​ທະ​ນະ​ທຳ ຢູ່​ບັນ​ດາເຂດ, ພາກ ​ຂອງ​ຫວຽດ​ນາມ ນັບ​ເປັນ​ຮ້ອຍໆ​ແຜ່ນ, ​ທັງ​ໄດ້​ດື່ມ ຊາ, ກາ​ແຟ ຂ​ອງ​ຫວຽດ​ນາມ​ອີກ. ​ທ່ານ ໂດ໋ຮ່​ວາງລອງ, ເອກ​ອັກ​ຄະ​ລັດ​ຖະ​ທູດ​ຫວຽດ​ນ​າມ ປະ​ຈຳ ເອ​ຢິບ ໃຫ້​ຮູ້​ວ່າ:

        “ການ​ເຄື່ອ​ນ​ໄຫວດ້ານການ​ທູດ​ວັດ​ທະ​ນະ​ທຳ ໄດ້​ຮັບ​ການ​ຈັດ​ຕັ້ງ​ແຕ່​ຕົ້ນ​ປີ​ຮອດ​ປ​ັດ​ຈຸ​ບັນ, ໃນ​ນັ້ນ​ມີ​ເຂດ​ອ່ານ​ປື້ມ ດ້ວຍ​ຊື່​ວ່າ: “ປ່ອງ​ຢ້ຽມ​ເພື່ອ​ສັງ​ເກດ​ຫວຽດ​ນາມ” ​ເຊິ່ງ​ຈັດ​ຕັ້ງ ຢູ່​ຫໍ​ສະ​ໝຸດ​ສາ​ທາ​ລະ​ນະ​ເອ​ຢິບ ນະ​ຄອນຫຼວງ Cairo ແລະ ສາ​ຂາ​ຂອງ​ຫໍ​ສະ​ໝຸດນີ້ ຢູ່​ນະ​ຄອນ Port Said. ສອງ​ເຫດ​ການ​ນີ້ ແນະ​ນຳ​ເຖິງ ມາ​ຫາ​ຊົນ​ເອ​ຢິບ ບັນ​ດາ​ຮູບ​ພາບ​ກ່ຽວ​ກັບ​ປະ​ເທດ​ຊາດ, ​ປະ​ຊາ​ຊົນ, ບັນ​ດາ​​ວັດ​ທະ​ນະ​ທຳ ທີ່​ເປັນ​ມູນ​ເຊື້ອ​ ຂອງ​ຫວ​ຽດ​ນາມ. ພວກ​ຂ້າ​ພະ​ເຈົ້າ​ເຊື່ອ​ໝັ້ນ​ວ່າ: ຜ່ານ​ບັນ​ດາ​ການ​ເຄື່ອນ​ໄຫວ​ທາງ​ດ້ານ​​ການ​ທູດວັດ​ທະ​ນະ​ທຳນີ້, ຄວາມ​​ເຂົ້າ​ອົກເຂົ້ົ້າ​ໃຈ​​ກັນ ລະ​ຫວ່າງ ປະ​ຊາ​ຊົນ​ສອງ​ປ​ະ​ເທດ ຈະ​ໄດ້​ຮັບ​ການ​ເພີ່ມ​ທະ​ວີ ແລະ ຜ່ານ​​ນັ້ນ ຈະ​ເປັນ​ພື້ນ​ຖານ​ເພື່ອ​ຍູ້​ແຮງ ການ​ຮ່ວມ​ມື ລະ​ຫວ່າງ ສອງ​ປ​ເທດ ໃນ​ຂົງ​ເຂດ​ອື່ນ, ລວມ​ທັງ​ການ​ທູດດ້ານການ​ເມືອງ ແລະ ການ​ທູດ​ດ້ານເສດ​ຖະ​ກິດ​ກ່​ວາ​ອີກ”.

        ​ຄາດ​ຄະ​ເນ​ວ່າ ​ໃນ​ເດືອນ 5 ​ຈະ​ມາ​ເຖິງ, ທ່ານ ເອກ​ອັກ​ຄະ​ລັດ​ຖະ​ທູດ​ຫວຽດ​ນ​າມ ປະ​ຈຳ ເອ​​ຢິບ ​ຈະສືບ​ຕໍ່​ສົມ​ທົບ​ກັບ ກະ​ຊວງວັດ​ທະ​ນະ​ທຳ​ເອ​ຢິບ ແລະ ອຳ​ນາດ​ການ​ປົກ​ຄອງ​ນະ​ຄອນ El Gouna ຢູ່​ພາກ​ໃຕ້​ເອ​ຢິບ ຈັດ​ຕັ້ງ​ບັນ​ດາ​​ເຫດ​ການ​ວັດ​ທະ​ນະ​ທຳ ຫວ​ຽດ​ນາມ, ໃນ​ນັ້ນ​ມີ​ການ​ສະ​ແດງ​ລະ​ຄອນ​ຕຸກ​ກະ​ຕາ​ນ້ຳ ທີ່​ເປັນ​ມູນ​ເຊື້ອ​ຂອງ​ຫວຽດ​ນາມ.

ຂ່າວ/ບົດ​ອື່ນ