ສັບ​ປະ​ດາຈຸດ​ສຸມ​ການ​ທ່ອງ​ທ່ຽວ​ເລິມ​ດົງ ຄັ້ງ​ທີ 3 ປີ 2024

(VOVWORLD) - ສັບປະດາຄຳ ການທ່ອງທ່ຽວ ເລິມດົ່ງ ຄັ້ງທີ 3 ປີ 2024ໄຂຂຶ້ນໃນຕອນຄ່ຳວັນທີ 31 ພຶດສະພາ ຢູ່ນະຄອນ ດ່າລາດ.
ສັບ​ປະ​ດາຈຸດ​ສຸມ​ການ​ທ່ອງ​ທ່ຽວ​ເລິມ​ດົງ ຄັ້ງ​ທີ 3 ປີ 2024 - ảnh 1ພິທີໄຂ ລາຍການ “ເລິມດົ່ງ - ຈຸດນັດນັດພົບຂອງດອກໄມ້ ແລະ ດົນຕີ” (ພາບ: VOV)

ດ້ວຍຫົວຂໍ້ “ເລິມດົ່ງ - ຈຸດນັດນັດພົບຂອງດອກໄມ້ ແລະ ດົນຕີ”, ນອກຈາກບັນດາລາຍການສະແດງສິລະປະ ໃນທຸກຄືນ, ສະຖານທີ່ແນະນຳດົນຕີ - ວັດທະນະທຳ ຂອງຊົນເຜົ່າ, ເຂດອາຫານການກິນດ້ວຍ 49 ເຍື່ອງອາຫານເຮັດຈາກດອກໄມ້, ຊາ ສົມທົບກັບການຢ້ຽມຊົມຫໍພິພິທະພັນ, ບັນດາ Tour ຜະລິດຕະພັນທ່ອງທ່ຽວ ໃໝ່ຍາມຕອນຄ່ຳ, ຍັງມີຫຼາຍເຫດການວັດທະນະທຳ, ກິລາ ແລະ ການທ່ອງທ່ຽວໄດ້ດຳເນີນຢູ່ບັນດາເມືອງ, ນະຄອນ ໃນແຂວງ, ນຳມາໃຫ້ແຂກທ່ອງທ່ຽວໄດ້ລົງພຶດຕິກຳຕົວຈິງ ທີ່ໃໝ່ອ່ຽມ ແລະ ຈັບອົກຈັບໃຈ.

ທ່ານ ຫວໍງອກຮຽບ, ຮອງປະທານຄະນະກຳມະການປະຊາຊົນ ແຂວງ ເລິມດົ່ງ, ໄດ້ຢັ້ງຢືນວ່າ ສັບປະດາຈຸດສຸມຄ່ຳການທ່ອງທ່ຽວ ເລິມດົ່ງ ເພື່ອແນໃສ່ຊຸກຍູ້ການທ່ອງທ່ຽວ, ສູ້ຊົນບັນລຸເປົ້າໝາຍຕ້ອນຮັບແຂກທ່ອງທ່ຽວ 9,7 ລ້ານຄົນໃນປີ ນີ້:

ເປົ້າໝາຍຂອງສັບປະດາຈຸດສຸມທ່ອງທ່ຽວເລິມດົ່ງ ຄັ້ງທີ 3 - ປີ 2024 ແມ່ນພັດທະນາບັນດາຜະລິດຕະພັນທ່ອງທ່ຽວພິເທດ, ທ່າໄດ້ປຽບຂອງທ້ອງຖິ່ນ ຕິດພັນກັບການອະນຸລັກຮັກສາ, ເສີມຂະຫຍາຍສີສັນວັດທະນະທຳທີ່ເປັນມູນເຊື້ອຂອງພໍ່ແມ່ປະຊາຊົນບັນດາເຜົ່າໃນບໍລິເວນແຂວງ. ຜ່ານນັ້ນ ສືບຕໍ່ໂຄສະນາຄວາມສາມາດບົ່ມຊ້ອນ, ທ່າໄດ້ປຽບຂອງການທ່ອງທ່ຽວແຂວງ ເລິມດົ່ງ, ກຳນົດເຄື່ອງໝາຍການທ່ອງທ່ຽວດ່າລາດ - ເລິມດົ່ງ ໃນແຜນທີ່ທ່ອງທ່ຽວ ຫວຽດນາມ ແລະ ໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ