ສັບປະດາທ່ອງທ່ຽວ ກ໊ອບ ຮ່າໂນ້ຍ 2022

(VOVWORLD) -ເຫດການຍັງມີຄວາມໝາຍໂຄສະນາການບໍລິການທ່ອງທ່ຽວ, ບັນເທິງຂອງນະຄອນ ຮ່າໂນ້ຍ ເຖິງຕະຫຼາດແຂກສາກົນ, ພິເສດແມ່ນເປົ້າໝາຍນັກທ່ອງທ່ຽວທີ່ມີລະດັບໃຊ້ຈ່າຍສູງ.

        ສັບປະດາ ກ໊ອບ ຮ່າໂນ້ຍ 2022 ໂດຍສະຫະສະມາຄົມທ່ອງທ່ຽວ ກ໊ອບ ຫວຽດນາມ, ພະແນກທ່ອງທ່ຽວ ຮ່າໂນ້ຍ, ພະແນກວັດທະນະທຳ ແລະ ກິລາ ຮ່າໂນ້ຍ ຈັດຂຶ້ນ, ຈະດຳເນີນໃນເດືອນ ຕຸລາ ທີ່ສະໜາມ ກ໊ອບ ດົ່ງໂມ, Legend Hill, Sky Lake, ລອງບຽນ… ເຫດການຈະດຶງດູດບັນດາຜູ້ຫຼິ້ນ ກ໊ອບ ເຊິ່ງແມ່ນຊາວຕ່າງປະເທດທີ່ພວມດຳລົງຊີວິດ ແລະ ເຮັດວຽກຢູ່ ຫວຽດນາມ, ພ້ອມກັບຜູ້ຫຼີ້ນ ກ໊ອບ ຫວຽດນາມ ເປັນຈຳນວນຫຼາຍເຂົ້າຮ່ວມ. ຜູ້ຕາງໜ້າພະແນກທ່ອງທ່ຽວ ຮ່າໂນ້ຍ ຢືນຢັນວ່າ, ນະຄອນ ຮ່າໂນ້ຍ ດ້ວຍທ່າແຮງສະເພາະທີ່ມີໄດ້ຕອບສະໜອງບັນດາມາດຕະຖານເພື່ອຈັດເຫດການສັບປະດາດັ່ງກ່າວ. ນອກນັ້ນ, ເຫດການຍັງມີຄວາມໝາຍໂຄສະນາການບໍລິການທ່ອງທ່ຽວ, ບັນເທິງຂອງນະຄອນ ຮ່າໂນ້ຍ ເຖິງຕະຫຼາດແຂກສາກົນ, ພິເສດແມ່ນເປົ້າໝາຍນັກທ່ອງທ່ຽວທີ່ມີລະດັບໃຊ້ຈ່າຍສູງ.

ຕອບກັບ

ຂ່າວ/ບົດ​ອື່ນ