ສັບປະດາທ່ອງທ່ຽວນະຄອນ ໂຮ່ຈີມິນ ຄັ້ງທີ 2 ດຳເນີນໄປຢ່າງຟົດຟື້ນ ແລະ ມີສີສັນຫຼາກຫຼາຍ

(VOVWORLD) -ຢູ່ໂຮງໄປສະນີໃຈກາງນະຄອນ ໂຮ່ຈີມິນ, ໂຮງລະຄອນຂອງນະຄອນ, ທາງປື້ມນະຄອນ… ໄດ້ດຳເນີນບັນດາລາຍການສະແດງເຄື່ອງດົນດີພື້ນເມືອງ, ເດີນກາຕາຍຕື, ການລະຫຼີ້ນພື້ມເມືອງ…
ສັບປະດາທ່ອງທ່ຽວນະຄອນ ໂຮ່ຈີມິນ ຄັ້ງທີ 2 ດຳເນີນໄປຢ່າງຟົດຟື້ນ ແລະ ມີສີສັນຫຼາກຫຼາຍ - ảnh 1ພິທີປຸກລະດົມສັບປະດາທ່ອງທ່ຽວນະຄອນ ໂຮ່ຈີມິນ
(ພາບ: tuoitrethudo.com.vn)

        ຕອນເຊົ້າວັນທີ 05 ທັນວາ, ຄະນະກຳມະການປະຊາຊົນນະຄອນ ໂຮ່ຈີມິນ ແລະ ພະແນກທ່ອງທ່ຽວນະຄອນ ໂຮ່ຈີມິນ ຈັດພິທີປຸກລະດົມສັບປະດາທ່ອງທ່ຽວນະຄອນ ໂຮ່ຈີມິນ ຄັ້ງທີ 2 ປີ 2022. ດ້ວຍຫົວຂໍ້ “ສີສັນງານບຸນ - ການຄົ້ນຫາ”, ສັບປະດາທ່ອງທ່ຽວຄັ້ງທີ 2 ປີ 2022 ໄດ້ດຳເນີນແຕ່ວັນທີ 05 – 11 ທັນວາ ຢູ່ບັນດາສະຖານທີ່ພົ້ນເດັ່ນຂອງນະຄອນ.

        ຢູ່ໂຮງໄປສະນີໃຈກາງນະຄອນ ໂຮ່ຈີມິນ, ໂຮງລະຄອນຂອງນະຄອນ, ທາງປື້ມນະຄອນ… ໄດ້ດຳເນີນບັນດາລາຍການສະແດງເຄື່ອງດົນດີພື້ນເມືອງ, ເດີນກາຕາຍຕື, ການລະຫຼີ້ນພື້ມເມືອງ…

        ໃນສັບປະດານີ້, ເປັນຄັ້ງທຳອິດຈັດການເຄື່ອນໄຫວວາງສະແດງພາບຖ່າຍ ແລະ ພາບແຕ້ມເຂດຕົວເມືອງ ກ່ຽວກັບບັນດາສັນຍາລັກ ແລະ ສະຖານທີ່ທ່ອງທ່ຽວຂອງນະຄອນ ຂອງກຸ່ມນັກສະຖາປະນິກເປັນມືອາຊີບ - “Urban Sketcher”. ນອກຈາກນັ້ນກໍ່ມີການເຄື່ອນໄຫວອື່ນຈັດຂຶ້ນໃນເວລາດຽວກັນຄື ການແລ່ນ Marathon ສາກົນນະຄອນ ໂຮ່ຈີມິນ Techcombank ຄັ້ງທີ 5 ປີ 2022 - ເຊິ່ງມີຂອບຂະໜາດໃຫຍ່ກວ່າໝູ່ຢູ່ ຫວຽດນາມ, ຈະຈັດຂຶ້ນແຕ່ວັນທີ 09-11 ທັນວາ.

        ເນື່ອງໃນໂອກາດນີ້, ຂະແໜງທ່ອງທ່ຽວນະຄອນ ໂຮ່ຈີມິນ ກໍ່ສະເໜີຫຼາຍລາຍການທ່ອງທ່ຽວໃໝ່, ຜະລິດຕະພັນ ແລະ ການບໍລິການໃໝ່ ດ້ວຍລາຄາບຸລິມະສິດ.

ຕອບກັບ

ຂ່າວ/ບົດ​ອື່ນ