ສັບປະດາປຸກລະດົມການຕອບບຸນແທນຄຸນຂອງໄວໜຸ່ມ

ສັບປະດາປຸກລະດົມການຕອບບຸນແທນຄຸນຂອງໄວໜຸ່ມ - ảnh 1
ຊາວໜຸ່ມນະຄອນຫຼວງ ຈັດຕັ້ງການກວດກາປິ່ນປົວພະຍາດ ໃຫ້ແກ່ບັນດາເປົ້າໝາຍນະໂຍບາຍ
(ພາບປະກອບ)

(vovworld) - ສູນ​ກາງ​ຄະນະ​ຊາວ​ໜຸ່ມ​ຫາ​ກໍ່​ມີ​ແຜນການສັບປະດາປຸກລະ ດົມ​ຂະ​ບວນການ​ຕອບ​ບຸນ​ແທນ​ຄຸນ​​, ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 65 ປີ ​ແຫ່ງ​ວັນ​ທະຫານ​ເສຍ​ອົງຄະ ​ແລະ ນັກຮົບ​ທີ່​ເສຍສະຫຼະ​ຊີວິດ​ເພື່ອ​ຊາດ (27/7). ສັບປະດາ​ຈະ​ເລີ່​ມດຳ​ເນີນ​ແຕ່​ວັນ​ທີ 20-27/7, ​ເປີດ​ສາກ​ການ​ເຄື່ອນ​ໄຫວ​ດ້ວຍ​ພິທີ​ຈູດ​ທູບ​ທຽນ​ສະ​ແດງ​ຄວາມ​ຮູ້​ບຸນຄຸນ​ຢູ່​ເຂດ​ສຸສານ​ນັກຮົບ​ທີ່​ເສຍສະຫຼະ​ຊີວິ​​ເພື່ອ​ຊາດ Truong Son ​ແຂວງ ກວາງ​ຈີ້ ​ໃນ​ຕອນ​ຄຳ່​ວັນ​ທີ 19/7. ​ໃນ​ສັບປະດາ​ນີ້, ​ໄວ​ໜຸ່ມ​ທົ່ວ​ປະ​ເທດ​ຈະ​ເລັ່ງ​ໃສ່​ການ​ເຄື່ອນ​ໄຫວ​ຕົ້ນ​ຕໍ່​ຈຳນວນ​ໜຶ່ງ​ຄື: ຢື້​ຢາມ​ຖາມ​ຂ່າວ, ມອບ​ຂອງຂວັນ​ໃຫ້​ບັນດາ​ຄອບຄົວ​ທະຫານ​ເສຍ​ອົງຄະ ​ແລະ ນັກຮົບ​ທີ່​ເສຍສະຫຼະ​ຊີວິດ​ເພື່ອ​ຊາດ, ບັນດາ​ຄອບຄົວ​ເປົ້າ​ໝານ​ນະ​ໂຍບາຍ, ບັນດາ​ແມ່​ຫວຽດນາມ​ວິລະ​ຊົນ, ຈັດ​ຕັ້ງ​ການ​ບຸລະນະ​ສ້ອມ​ແປງ​ເຂດ​ສຸສານ, ມອບ​ເຮືອນ​ແຫ່ງ​ສາຍ​ຈິດ​ມິດ​ໃຈ.

 

 

ຂ່າວ/ບົດ​ອື່ນ