ສັບປະດາພະລັງງານຜະລິດຄືນໃຫມ່ຢູ່ຫວຽດນາມປີ 2020

(VOVWORLD) - ພະລັງງານຜະລິດຄືນໃຫມ່ ປະຈຸບັນກວມເອົາປະມານ 10% ກຳລັງການຜະລິດຂອງທັງລະບົບໄຟຟ້າ 
ສັບປະດາພະລັງງານຜະລິດຄືນໃຫມ່ຢູ່ຫວຽດນາມປີ 2020 - ảnh 1

ທ່ານນາງ ງຸຍທິແຄງ ຜູ້ອຳນວຍການບໍລິຫານ GreenID ກ່າວຄຳເຫັນໄຂລາຍການ

(ພາບ: baotainguyenmoitruong.vn)

ລາຍການສັບປະດາພະລັງງານຜະລິດຄືນໃຫມ່ຢູ່ຫວຽດນາມປີ 2020 ໄດ້ດຳເນີນໄປແຕ່ວັນທີ 25 ຫາວັນທີ 28 ສິງຫາ ຈັດຂຶ້ນໂດຍກົງ ຢູ່ ຮ່າໂນ້ຍ ແລະ ທາງໄກຢູ່ ພາກເຫນືອ, ພາກກາງ ແລະ ພາກໃຕ້. ດ້ວຍສານທີ່ວ່າ “ບຸກທະລຸເພື່ອຟື້ນຟູ ແລະ ການພັດທະນາຂຽວ”. ສະຫະພັນພະລັງງານແບບຍືນຍົງ ຫວຽດນາມ (VSEA) ມຸ່ງໄປເຖິງຄາດໝາຍສ້າງເວທີປາໄສການເຈລະຈາຫລາຍຝ່າຍເພື່ອສືບຕໍ່ຍົກອອກບັນດາຂໍ້ສະເຫນີມາດຕະການຊຸກຍູ້ການພັດທະນາພະລັງງານແບບຍືນຍົງ, ຮັບປະກັນຄວາມໝັ້ນຄົງ,   ຍົກເລິກຮົ້ວກີດຂວາງ, ຟື້ນຟູ ແລະ ການເຕີບໂຕຂຽວ.   

ໃນຊຸມປີຜ່ານມາ,ຫວຽດນາມໄດ້ປະກາດໃຊ້ບັນດານະໂຍບາຍ ແລະ ກົນໄກເພື່ອຊຸກຍູ້ການພັດທະນາພະລັງານຜະລິດຄືນໃຫມ່.  

 ພະລັງງານຜະລິດຄືນໃຫມ່ ປະຈຸບັນກວມເອົາປະມານ 10% ກຳລັງການຜະລິດຂອງທັງລະບົບໄຟຟ້າ ແລະຫວຽດນາມ ຄືດັ່ງປະເທດຫນຶ່ງພວມນຳຫນ້າກ່ຽວກັບການເຕີບໂຕພະລັງງານຄືນໃຫມ່ໃນພາກພື້ນອາຊຽນ.

ຕອບກັບ

ຂ່າວ/ບົດ​ອື່ນ