ສັບປະດາຟິມຮູບເງົາເອກະສານສາກົນຄັ້ງທີ 8

(VOVWORLD) - ສະຖານທີ່ຈັດຕັ້ງສັບປະດາຟິມຮູບເງົາ ແມ່ນຢູ່ບໍລິສັດຟິມຮູບເງົາເອກະສານ ແລະ ວິທະຍາສາດສູນກາງ, ຮ່າໂນ້ຍ ແລະ ມະຫາວິທະຍາໄລ ຮວາແຊນ, ນະຄອນ ໂຮ່ຈີມິນ. 
ສັບປະດາຟິມຮູບເງົາເອກະສານສາກົນຄັ້ງທີ 8 - ảnh 1ພາບປະກອບ 

ສັບປະດາຟິມຮູບເງົາເອກະສານສາກົນຄັ້ງທີ 8 ຖືກຈັດຕັ້ງແຕ່ວັນທີ 9 -18 ມິຖຸນາ 2017. ບໍລິສັດຟິມຮູບເງົາເອກະສານ ແລະ ວິທະຍາສາດສູນກາງໄດ້ສົມທົບກັບຄະນະປະຕິບັດງານ Wallonie – Bruxelles ຢູ່ ຫວຽດນາມ ຈັດຕັ້ງສັບປະດາຟິມຮູບເງົາເອກະສານສາກົນຄັ້ງທີ 8 ດ້ວຍການເຂົ້າຮ່ວມຂອງ 10 ປະເທດສະມາຊິກເຄືອຂ່າຍບັນດາອົງການວັດທະນະທຳ ເອີລົບ (EUNIC). ສະຖານທີ່ຈັດຕັ້ງສັບປະດາຟິມຮູບເງົາ ແມ່ນຢູ່ບໍລິສັດຟິມຮູບເງົາເອກະສານ ແລະ ວິທະຍາສາດສູນກາງ, ຮ່າໂນ້ຍ ແລະ ມະຫາວິທະຍາໄລ ຮວາແຊນ, ນະຄອນ ໂຮ່ຈີມິນ. ສັບປະດາຟິມຮູບເງົາເອກະສານສາກົນຄັ້ງນີ້ໄດ້ເຕົ້າໂຮມບັນດາຮູບເງົາເອກະສານທີ່ເປັນເອກະລັກສະເພາະມາຈາກບັນດາປະເທດ ເອີລົບ ແລະ ຫວຽດນາມ. ນີ້ແມ່ນເຫດການວັດທະນະທຳປະຈຳປີ ເພື່ອແນໃສ່ຊຸກຍູ້ການພົວພັນແລກປ່ຽນວັດທະນະທຳ ລະຫວ່າງ ຫວຽດນາມ ກັບບັນດາປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ