ສັບປະດາວັດທະນະທຳການກິນດື່ມເປຣູຄັ້ງທຳອິດຢູ່ຫວຽດນາມ

ສັບປະດາວັດທະນະທຳການກິນດື່ມເປຣູຄັ້ງທຳອິດຢູ່ຫວຽດນາມ - ảnh 1
ຜູ້ຕາງໜ້າສະຖານທູດ ເປຣູ ກ່າວຄຳເຫັນທີ່ກອງປະຊຸມສຳມະນາ
(ພາບ: healthplus.vn)

(vovworld) – ​ສັບປະດາ​ວັດທະນະທຳ​ການ​ກິນ​ດື່ມ ​ເປຣູ ໄດ້​ຈັດ​ຕັ້ງເປັນຄັ້ງ​ທຳ​ອິດຢູ່ ຫວຽດນາມ ໃນ​ລະຫວ່າງ​ວັນ​ທີ 27 – 31/7/2015 ຢູ່​ໂຮງ​ແຮມ Hiton ຮ່າ​ໂນ້ຍ. ​ໃນ​ໄລຍະ​ດຳ​ເນີນ​ສັບປະດາ, ​ແມ່ຄົວ 2 ຄົນຂອງ​ໂຮງ​ແຮມ Hiton Lima (ນະຄອນຫລວງ ​ເປຣູ) ​​ໄດ້ແບ່ງປັນ​ວິທີການ​ປຸງ​ແຕ່ງ​ບັນດາເຍື່ອງ​ອາຫານຂອງ ​ເປຣູ. ​ໃນ​ຂອບ​ເຂດ​ສັບປະດາ​ວັດທະນະທຳ​ການ​ກິນ​ດື່ມ ​ເປຣູ, ຍັງ​ຈັດ​ກອງ​ປະຊຸມ​ສຳ​ມະ​ນາ​ແນະນຳ ​ແລະ ວາງສະ​ແດງຜະລິດ​ຕະພັນ​ທຳ​ມະຊາດ 2 ປະ​ເພດ​ຂອງ ​ເປຣູຄື:​ Maca  ​ແລະ Quinua, ມຸ່ງ​ໄປ​ເຖິງ​​ເລື່ອງບັນດາ​ວິ​ສາ​ຫະກິດ​ນຳ​ເຂົ້າ ​ແລະ ​ແຈກ​ຢາຍ​ອາຫານ​ທີ່​ມີທາດ​ບຳລຸງ,​ ຜະລິດ​ຕະພັນ​ໂພ​ສະນາ​ການ​ຢູ່​ ຫວຽດນາມ

ຂ່າວ/ບົດ​ອື່ນ