ສັບປະດາວັດທະນະທຳ-ທ່ອງທ່ຽວງານບຸນຕະຫຼາດແຫ່ງຄວາມຮັກເຄົາວາຍປີ2015

ສັບປະດາວັດທະນະທຳ-ທ່ອງທ່ຽວງານບຸນຕະຫຼາດແຫ່ງຄວາມຮັກເຄົາວາຍປີ2015 - ảnh 1
(ພາບ​ປະ​ກອບ​ຈາກ Thanh Hà/TTXVN)

(vovworld) – ສັບ​ປະ​ດາ​ວັດ​ທະ​ນະ​ທຳ, ທ່ອງ​ທ່ຽວ​ງານ​ບຸນ​​ຕະຫຼາດ​​ແຫ່ງ​ຄວາມ​ຮັກ​ເຄົາ​ວາຍ ປີ 2015 ໄຂ​ຂຶ້ນ​ໃນ​ຕອນ​ຄ່ຳ​ວັນ​ທີ 13/5 ຢູ່​ເມືອງ​ແມ່ວ​ວາກ, ແຂວງ ຮ່າ​ຢາງ. ງານ​ບຸນ​ຈະ​ດ​ຳ​ເນີນ​ໄປ​​ເປັນເວ​ລາ 4 ວັນ, ແຕ່​ວັນ​ທີ 13 – 16/5. ນີ້​ແມ່ນ​ເຫດ​ການ​ວັດ​ທະ​ນະ​ທຳ​ໂດຍ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ເມືອງ ແມ່ວ​ວາກ ຈັດ​ຕັ້ງ​ດ້ວຍ​ຂອ​ບ​ຂະ​ໜາດ​ໃຫຍ່ ແລະ​ມີ​ການ​ເຄື່ອນ​ໄຫວ​ຕ່າງໆ​ທີ່​ອຸ​ດົມ​ສົມ​ບູນ, ຫຼາຍ​ຮູບ​ຫຼາຍ​ສ​ີ, ເຂັ້ມ​ຂົ້ນ​ໄປ​ດ້ວຍ​ສີ​ສັນ​ວັດ​ທະ​ນະ​ທຳ​ຊົນ​ເຜົ່າ​ໃນ​ເຂດ​ພູ​ພຽງຫີນ ດົ່ງ​ວັນ. ສັບ​ປະ​ດາວັດ​ທະ​ນະ​ທຳ, ທ່ອງ​ທ່ຽວ​ງານ​ບຸນ “ຕະຫຼາດ​​ແຫ່ງ​ຄວາມ​ຮັກ” ເຄົາ​ວາຍ ປີນີ້​ໄດ້​ຈັດ​ຕັ້ງ​ການ​ເຄື່ອນ​ໄຫວທີ່​ພົ້ນ​ເດັ່ນ​ຫຼາຍ​ຢ່າງຄື: ຮອບ​ຊິງ​​ຊະ​ນະ​ເລີດ​ການ​ເສັງ “ຄົນ​ງາມ​ເຂດ​ເໜືອ​ສຸດ​ຄັ້ງ​ທີ 2”, ​ບຸນແທງ​ງົວ​ຄັ້ງ​ທີ 5, ​ອາ​ຫານ​ການ​ກິນ “ລົດ​ຊາດ​ເຂດ​ພູ​ພຽງ​ຫີນ”…

 


ຂ່າວ/ບົດ​ອື່ນ