ສັບປະດາສິນຄ້າຫວຽດນາມ-ຄວາມເອກອ້າງທະນົງໃຈຕໍ່ສິນຄ້າຫວຽດນາມ

ສັບປະດາສິນຄ້າຫວຽດນາມ-ຄວາມເອກອ້າງທະນົງໃຈຕໍ່ສິນຄ້າຫວຽດນາມ  - ảnh 1
ທ່ານ ຫງວຽນ​ທ້ຽນ​ເຍີ​ນ, ກ່າວ​ຄຳ​ເຫັນ​ທີ່​ພິທີ​ອັດ
(ພາບ: VGP)


(vovworld) – ຕອນ​ຄໍ່າ​ວັນ​ທີ 04/10, ຢູ່​ຮ່າ​ໂນ້ຍ, ​ລາຍການ “ສັບປະດາສິນຄ້າ​ຫວຽດນາມ -​ ຄວາມເອກ​​​ອ້າງ​ທະ​ນົງ​ໃຈຕໍ່ສິນ​ຄ້າຫວຽດນາມ” ຖືກອັດ​ລົງ. ກ່າວ​ຄຳ​ເຫັນ​ທີ່​ພິທີ​ອັດ, ທ່ານ​ປະທານ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ຫງວຽນ​ທ້ຽນ​ເຍີນ, ​ໄດ້​ຕີ​ລາຄາ​ສູງ​ບັນດາ​ການ​ປະກອບສ່ວນ​ຂອງລາຍການສັບປະດາ​ສິນຄ້າ​ຫວຽດນາມ 2015 -​ ຄວາມເອກ​​​ອ້າງທະ​ນົງ​ໃຈ​ຕໍ່ສິນ​ຄ້າ​ຫວຽດນາມ. ຜ່ານ​ນີ້, ​ໄດ້​ຊ່ວຍ​ໃຫ້​ວິ​ສາ​ຫະກິດ​ແນ​ະນຳ, ​ໂຄສະນາຜະລິດ​ຕະພັນສິນຄ້າ​ໂດຍ​ວິ​ສາ​ຫະກິດ​ຫວຽດນາມ ຜະລິດ. ທ່ານ ຫງວຽນ​ທ້ຽນ​ເຍີ​ນ​ເນັ້ນ​ໜັກ​ວ່າ.

        “ຂ້າພະ​ເຈົ້າ​ຫວັງ​ວ່າ, ກະຊວງ​ອຸ​ດສາ​ຫະກຳ​ການ​ຄ້າ ສົມທົບ​ກັບ​ບັນດາ​ວິ​ສາ​ຫະກິດ, ສະມາຄົມ​ວິ​ສາ​ຫະກິດ ຈະ​ສືບ​ຕໍ່​ມີ​ບັນດາ​ລາຍການ, ການ​ເຄື່ອນ​ໄຫ​ວທີ່​ອຸດົມສົມ​ບູນ, ທົ່ວ​ເຖິງ​ກວ່າ​ອີກ ​ເພື່ອ​ເພີ່ມ​ທະວີ​ວຽກ​ງານ​ໂຄສະນາ​ສື​ສານໃຫ້​ບັນດາ​ຜະລິດ​ຕະພັນ​ຂອງ​ຫວຽດນາມ, ຊ່ວຍ​ໃຫ້​ຜູ​້ບໍລິ​ໂພ​ກ ອຸປະ​ໂພ​ກ ຮູ້​​ເຖິງບັນດາ​ຜະລິ​ດຕະພັນ​ໃໝ່, ບັນດາ​ການ​ບໍລິການ​ທີ່​ມີ​ອິດ​ທິພົນ​ຊື່​ສຽງ… ຈາກ​ນັ້ນ,​ ​ມີ​ການເລືອກ​ເຟັ້ນຢ່າງ​ຖືກ​ຕ້ອງ, ມີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ເມື່ອ​ຊື້​ສິນຄ້າ. ຂ້າພະ​ເຈົ້າ​ຮຽກຮ້ອ​ງ​ໃຫ້​ບັນດາ​ວິ​ສາ​ຫະກິດຜະລິດ, ດຳ​ເນີນ​ທຸລະ​ກິດ​ສິນ​ຄ້າ​ຫວຽດນາມ ຈົ່ງ​ມານ​ະພະຍາຍາມ​ສູ້​ຊົນ​​ກວ່າ​ອີກເພື່ອ​ຍົກ​ສູງຄຸນ​ນະພາ​ບຜະລິດ​ຕະພັນ, ຫຼຸດຜ່ອນ​ຄ​່າຜະລິດ, ​ເປີດກວ້າງ​ລະບົບ​ແຈກ​ຢາ​ຍ, ຍົກ​ສູງ​ປະສິດທິ​ຜົນ​​ການໂຄສະນາ​ ​ເພື່ອ​ໃຫ້ສິນຄ້າ​ຫວຽດນາມໄດ​້ຮັບຄວາມ​ໄວ້​ເນື້ອ​ເຊື່ອ​ໃຈຈາກ​ຜູ້​ບໍລິ​ໂພ​ກ, ອຸປະ​ໂພ​ກ ທັງຢູ່​ພາຍ​ໃນ ​ແລະ ຕ່າງປະ​ເທດ​ກວ່າອີກ.”

ຂ່າວ/ບົດ​ອື່ນ