ສັບປະດາອາຫານການກິມ ໄທ ຈະດຳເນີນແຕ່ວັນທີ 14 – 20/07 ຢູ່ ຮ່າໂນ້ຍ

(VOVWORLD) - ສັບປະດາອາຫານການກິມ ໄທ ຈະດຳເນີນແຕ່ວັນທີ 14 – 20/07 ຢູ່ ຮ່າໂນ້ຍ ນີ້ແມ່ນຂໍ້ມູນຂ່າວ ເຊິ່ງທ່ານ ມະນົບໃຈ ວົງພັກດີ ເອກອັກຄະລັດຖະທູດ ໄທ ປະຈຳ ຫວຽດນາມ ຍົກອອກ ການຕອບສຳພາດຕໍ່ນັກຂ່າວ VOV ຕອນເຊົ້າວັນທີ 03 ກໍລະກົດ ຢູ່ ຮ່າໂນ້ຍ
ສັບປະດາອາຫານການກິມ ໄທ ຈະດຳເນີນແຕ່ວັນທີ 14 – 20/07 ຢູ່ ຮ່າໂນ້ຍ - ảnh 1(ພາບປະກອບ) 

 “ສັບປະດາອາຫານການກິມໄທ” ໂດຍສະຖານທູດ ໄທ ປະຈຳ ຮ່າໂນ້ຍ ສົມທົບກັບ Thai Airways International, ໂຮງແຮມ Media Hanoi ແລະ ຫ້ອງການສົ່ງເສີມການຄ້າ ໄທ ປະຈຳ ຮ່າໂນ້ຍ ຈັດຕັ້ງຢູ່ໂຮງແຮມ Media Hanoi. ທ່ານ ມະນົບໃຈ ວົງພັກດີ ໃຫ້ຮູ້ວ່າ:

        ຈຸດພິເສດຂອງສະປະດາອາຫານການກິນ ໄທ ຄັ້ງນີ້ ແມ່ນພວກເຮົາໄດ້ຈັດໃຫ້ພໍ່ຄົວແມ່ຄົວທີ່ມີຊື່ສຽງໂດ່ງດັງ 4 ຄົນຈາກ ໄທ ມາ ຫວຽດນາມ ເພື່ອປຸງແຕ່ງອາຫານຮັບໃຊ້ແຂກ. ກ່ຽວກັບອາຫານມີທາງຂອງຫວານ, ຂອງເຄັມ, ອາຫານເພັດ ແລະ ອາຫານບໍ່ເພັດປານໃດ. ໃນຈຳນວນອາຫານໃນສັບປະດານີ້ ມີອາຫານບາງເຍື່ອງທີ່ຊາວຫວຽດນາມ ໄດ້ຮູ້ຈັກແລ້ວຄື: ເຍື່ອງອາຫານ Cari ຂຽນ, ຕົ້ມຍຳກຸ້ງ.

        ທີ່ “ສັບປະກາອາຫານການກິນ ໄທ” ຄັ້ງນີ້, ກໍ່ຈະມີອາຫານພື້ນເມືອງຫລາຍເຍື່ອງຂອງ ໄທ ໄດ້ແນະນຳເຖິງແຂກຜູ້ຊົມ ຫວຽດນາມ. ພໍ່ຄົວ, ແມ່ຄົວທີ່ມີຊື່ສຽງຂອງ ໄທ ກໍ່ຈະມາ ຮ່າໂນ້ຍ.

       

 

 


ຕອບກັບ

ຂ່າວ/ບົດ​ອື່ນ