ສັບ​ປະ​ດາ​ຮູບ​ເງົາ​ສະ​ເຫຼີມ​ສະຫຼອງ 130 ປີແຫ່ງວັນ​ຄ້າຍ​ວັນ​ເກີດ​ປະ​ທານ​ໂຮ່​ຈີ​ມິນ

(VOVWORLD) -ສັບປະດາຮູບເງົາສະເຫຼີມສະຫຼອງ 130 ປີ ແຫ່ງວັນຄ້າຍວັນເກີດປະທານໂຮ່ຈີມິນ ຈະຖືກຈັດຂຶ້ນແຕ່ວັນທີ 19 ພຶດສະພາ - 26 ພຶດສະພາ 2020 ໃນຂອບເຂດທົ່ວປະເທດ.

ສັບປະດາຮູບເງົາສະເຫຼີມສະຫຼອງ 130 ປີແຫ່ງວັນຄ້າຍວັນເກີດປະທານໂຮ່ຈີມິນ (19/5/1890 - 19/5/2020) ຈະຖືກຈັດຂຶ້ນແຕ່ວັນທີ 19 ພຶດສະພາ - 26 ພຶດສະພາ 2020 ໃນຂອບເຂດທົ່ວປະເທດ.

ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວຫວຽດນາມ ໄດ້ມອບໝາຍໃຫ້ກົມຮູບເງົາເປັນຫົວໜ່ວຍຮັບຜິດຊອບ, ສົມທົບກັບບໍລິສັດຫຸ້ນສ່ວນຮູບເງົາ ຢ໋າຍຟ໊ອງ, ບໍລິສັດ ຮູບເງົາເອກະສານ MTV ຈຳກັດ, ບໍລິສັດຮູບເງົາເອກະສານວິທະຍາສາດສູນກາງ, ບໍລິສັດຫຸ້ນສ່ວນຮູບເງົາກະຕູນຫວຽດນາມ... ເພື່ອຈັດຕັ້ງເຫດການນີ້.

ຕອບກັບ

ຂ່າວ/ບົດ​ອື່ນ